ເມື່ອເນັ້ນໜັກເຖິງເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງສະແດງໃຫ້ເຫັນກໍາລັງຄວາມສາມາດ ແລະບົດບາດ, ຄວາມຮັບຜິດຊອບຂອງຫວຽດນາມ ສໍາລັບປະຊາຄົມສາກົນໃນການເຂົ້າຮ່ວມແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກບັນດາການປະທະກັນໃນໂລກປະໄວ້ໃຫ້, ທ່ານພົນຈັດຕະວາ ໂງມິງຕ໋ຽນ ຖືວ່າ, ຍ້ອນຫາກໍ່ເຂົ້າຮ່ວມສະນັ້ນຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັບແຕ່ອຸປະກອນ, ບົດຮຽນຕະຫຼອດຮອດກໍາລັງຄວາມສາມາດດ້ານວິຊາສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ໂງມິງຕ໋ຽນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕ້ອນຮັບທ່ານ Harinder Sood. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນຈັດຕະວາ ໂງມິງຕ໋ຽນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກໄດ້ຮັບການຮ່ວມມືກັບ TPP ເພື່ອຍົງສູງກໍາລັງຄວາມສາມາດກໍ່ຄືການເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກວ່າອີກ. ທ່ານພົນຈັດຕະວາ ໂງມິງຕ໋ຽນ ໄດ້ແຈ້ງໃຫ້ທ່ານ Harinder Sood ຮັບຊາບວ່າ ມາຮອດປະຈຸບັນ, ວຽກງານກະກຽມໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ຂອງຫວຽດນາມ ໄດ້ສໍາເລັດໂດຍພື້ນຖານເພື່ອພ້ອມແລ້ວທີ່ຈະເຂົ້າຮ່ວມການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ໃຫ້ຖືກຕ້ອງຕາມຄໍາໝັ້ນສັນຍາ.

ສ່ວນທ່ານ Harinder Sood ສະແດງຄວາມປະທັບໃຈຕໍ່ບັນດາຄໍາໝັ້ນສັນຍາການເມືອງກໍ່ຄືກ່ຽວກັບພື້ນຖານດ້ານວັດຖຸໃນການຝຶກແອບໃຫ້ແກ່ກໍາລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ. ທ່ານ Harinder Sood ສະແດງຄວາມເຊື່ອໝັ້ນວ່າຖ້າໄດ້ຄັດເລືອກໃຫ້ເປັນຄູ່ຮ່ວມມືເຂົ້າຮ່ວມ TPP, ຫວຽດນາມ ມີພຽງຄວາມສາມາດຮັບເອົາເນື້ອໃນຂອງໂຄງການນີ້ໄດ້ທັງໝົດ.

 

ແປໂດຍ: ເຈິ່ນຮວ່ຽນ