ທີ່ການປະຊຸມຕ່າງໆ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ, ເປີດອົກເປີດໃຈກ່ຽວກັບບັນດາຂົງເຂດຮ່ວມມືສອງຝ່າຍ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ພວມພັດທະນາອັນດີງາມໃນຫຼາຍຂົງເຂດ, ພິເສດແມ່ນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ການຄ້າ; ຮັບຮູ້ບັນດາການເຄື່ອນໄຫວແທດຈິງທີ່ໄດ້ຮັບການຈັດຕັ້ງໃນປີມິດຕະພາບ 2017 ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະເປັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ຢ້ຽມຢາມສູນຄົ້ນຄວ້າຫວຽດນາມ ຢູ່ ນິວເດລີ. ພາບ: ດວ່ານກາ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຮັກສາບັນດາການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນຂອງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນເປັນປະຈຳ. ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ກະສິກໍາ, ສາທາລະນະສຸກ, ນໍ້າມັນອາຍແກັດ, ພະລັງງານຜະລິດຄືນໃໝ່, ການສຶກສາ-ບໍາລຸງສ້າງ.... ທ່ານນາງ Sushma Swaraj ຊົມເຊີຍວົງເງິນການຄ້າສອງຝ່າຍທີ່ໄດ້ເຕີບໂຕຢ່າງແຮງໃນໄລຍະຜ່ານມາ, ກໍ່ຄືເຫັນດີຈະພ້ອມກັນຊຸກຍູ້ການປະຊຸມອະນຸກໍາມາທິການການຄ້າຄັ້ງທີ 4 ໃນປີ 2018 ຢູ່ ຫວຽດນາມ ເພື່ອແນໃສ່ວາງທິດທາງບັນລຸໃຫ້ໄດ້ເປົ້າໝາຍ 15 ຕື້ໂດລາສະຫະລັດໃນປີ 2020.

ທ່ານນາງ Preeti Saran ຕີລາສູງບົດບາດຂອງຫວຽດນາມໃນການສົມທົບກັນຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອິນເດຍ ແລະກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງ ອາຊຽນ-ອິນເດຍ ສໍາເລັດຜົນໃນໄລຍະຜ່ານມາ. ທ່ານ ດ້ັງດິ່ງກຸ໋ຍ ຢືນຢັນວ່າ, ໃນຖານະບົດບາດເປັນຜູ້ປະສານງານການພົວພັນອາຊຽນ-ອິນເດຍ 2015-2018, ຫວຽດນາມ ກຽມພ້ອມສົມທົບກັນເພື່ອໃຫ້ອິນເດຍ ເພີ່ມທະວີການພົວພັນ ແລະເຊື່ອມຈອດທຸກດ້ານກັບ ອາຊຽນ ກວ່າອີກ.

ແປໂດຍ: ເກື່ອງດັ້ງ