ທີ່ການເຮັດວຽກກັບການນໍາ ແລະຜູ້ຕາງໜ້າບັນດາຄະນະ, ພາກວິຊາຂອງວິທະຍາຄານ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ມີຄວາມປາດຖະໜາວ່າ, ສາຍພົວພັນ ຫວຽດນາມ-ອາເມລິກາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງໃນໄລຍະຈະມາເຖິງກວ່າອີກ, ໃນນັ້ນມີການຮ່ວມມື, ພົບປະແລກປ່ຽນກ່ຽວກັບທະຫານເຮືອ, ກໍ່ຄືລະຫວ່າງວິທະຍາຄານທະຫານເຮືອ Monterey ກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ເວົ້າສະເພາະ.

leftcenterrightdel
ທ່ານພົນຕີ Ronald Route, ຜູ້ອໍານວຍການວິທະຍາຄານທະຫານເຮືອ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ. ພາບ: TGVN. 

ສ່ວນທ່ານພົນຕີ Ronald Route, ຜູ້ອໍານວຍການວິທະຍາຄານທະຫານເຮືອ ມີຄວາມປາດຖະໜາຢາກແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມືດ້ານການສຶກສາ-ບຳລຸງສ້າງລະຫວ່າງວິທະຍາຄານກັບຫວຽດນາມ, ລວມມີທັງໄລຍະສັ້ນ ແລະໄລຍະຍາວຄື: ຄວາມໝັ້ນຄົງໃນການເດີນທະເລ, ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການກູ້ໄພ-ກູ້ຊີບ...

ໃນຂະນະນັ້ນ, ທ່ານ Monterey Jimmy Panetta ສະມາຊິກສະພາຕໍ່າສະຫະລັດ, ຜູ້ຕາງໜ້າພາກພື້ນໃຫ້ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ໃນຊຸມປີຜ່ານມາ ແລະ ບົດບາດທີ່ນັບມື້ນັບສໍາຄັນຂອງ ຫວຽດນາມ ຢູ່ພາກພື້ນ, ທ່ານປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດກໍ່ຄືລະຫວ່າງລັດ California ກັບຫວຽດນາມ ໃນທຸກຂົງເຂດກວ່າອີກ, ໃນນັ້ນ, ມີການສຶກສາ-ບຳລຸງສ້າງ, ການຄ້າ, ກະສິກໍາ ແລະວິທະຍາສາດເຕັກໂນໂລຢີ.

 

ແປໂດຍ: ເກື່ອງດັ້ງ