ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມີບົດກ່າວປາໄສທີ່ສຳຄັນດ້ວຍຫົວຂໍ້: “ບັນດາກົນໄກຫຼາຍຝ່າຍຢູ່ ອາຊີ-ປາຊີຟິກ-ການກະທຳຂອງໝູ່ຄະນະເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະໄພນາບຂູ່ພວມປະກົດຂຶ້ນ”.

leftcenterrightdel

ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມຄົບຄະນະ ຄັ້ງທີ 4 ຂອງກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ທ່ານລັດຖະມົນຕີ ໂງຊວນລິກ ໃຫ້ຂໍ້ສັງເກດວ່າ, ອາຊີ-ປາຊີຟິກ ສືບຕໍ່ແມ່ນກຳລັງໜູນຂອງການເຕີບໂຕທາງດ້ານເສດຖະກິດທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ພາກພື້ນພວມປະເຊີນໜ້າກັບໄພຂາດສະຖຽນລະພາບດ້ວຍບັນດາບັນຫາມີລັກສະນະທົ່ວໂລກ, ລວມທັງສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະການທະຫານ, ຄືບັນຫານິວເຄຼຍຢູ່ແຫຼມເກົາຫຼີ, ການຂັດແຍ້ງອະທິປະໄຕບົນທະເລ, ອາວຸດລ້າງຜານ, ການຂັດແຍ້ງເຊື້ອຊາດຜິວພັນ, ສາສະໜາ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງອິນເຕີແນັດ, ໄພພິບັດທຳມະຊາດ, ໂລກລະບາດ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ດ້ານກົງກັນຂ້າມຂອງການປະຕິວັດອຸດສາຫະກຳ 4.0, ບັນດາປະເພດອາວຸດທີ່ຜະລິດຕາມເຕັກໂນໂລຢີໃໝ່...

ທ່ານລັດຖະມົນຕີ ໂງຊວນລິກ ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ້ວຍຫຼາຍຂະໜາດ, ລະດັບແຕກຕ່າງກັນ, ເຊິ່ງໄດ້ຮັບການສ້າງຕັ້ງແນໃສ່ລະດົມກຳລັງແຮງລວມໝູ່ເພື່ອແກ້ໄຂ ແລະຮັບມືກັບບັນດາສິ່ງທ້າທາຍລວມ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ  ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ຄັ້ງທີ 4 ຂອງກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ທ່ານລັດຖະມົນຕີ ໂງຊວນລິກ ຕີລາຄາວ່າ, ເຊິ່ງແມ່ນປະເທດມີຜົນປະໂຫຍດ ແລະມີບົດບາດສຳຄັນຢູ່ ອາຊີ-ປາຊີຟິກ, ລັດເຊຍ ເຂົ້າຮ່ວມກົນໄກຄວາມໝັ້ນຄົງຢູ່ພາກພື້ນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະມີການປະກອບສ່ວນຫຼາຍກ່ວາອີກ. ຫວຽດນາມ ໄວ້ເນື້ອເຊື່ອໃຈ ແລະຕີລາຄາສູງການປະກອບສ່ວນຂອງ ລັດເຊຍ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+). ທ່ານລັດຖະມົນຕີ ໂງຊວນລິກ ສະແດງຄວາມປາດຖະໜາຢາກໃຫ້ ລັດເຊຍ ເສີມຂະຫຍາຍບົດບາດຂອງຕົນຢູ່ ອາຊີ-ປາຊີຟິກ ກ່ວາອີກ, ຍູ້ແຮງການຮ່ວມມື ແລະການພົວພັນມິດຕະພາບກັບບັນດາປະເທດ ອາຊຽນ ກ່ວາອີກ, ກາຍເປັນປັດໄຈຕັ້ງໜ້າພ້ອມກັບອາຊຽນຮັກສາຄວາມດຸ່ນດ່ຽງໃນພາກພື້ນ, ສະກັດກັ້ນການປະທະກັນ ແລະສົງຄາມ, ຫຼຸດຜ່ອນການແຂ່ງຂັນອາວຸດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຮັບປະກັນຄວາມສະຫງົບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ ຄັ້ງທີ 4 ຂອງກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ທ່ານລັດຖະມົນຕີ ໂງຊວນລິກ ຢັ້ງຢືນວ່າ, ຫວຽດນາມ ຢຶດໝັ້ນແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ; ພ້ອມແລ້ວທີ່ຈະເປັນເພື່ອນມິດເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຫວຽດນາມ ມີແຜນນະໂຍບາຍແກ້ໄຂບັນດາຂໍ້ຂັດແຍ້ງບົນທະເລໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະບັນດາຄຳໝັ້ນສັນຍາພາກພື້ນ. “ດ້ວຍທິດນຳນັ້ນ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບເຂົ້າໃນບັນດາການເຄື່ອນໄຫວລວມຂອງພາກພື້ນ.

 

ແປໂດຍ: ກວຽດເຕີມ