ທີ່ການພົບປະ, ລັດຖະມົນຕີສອງທ່ານ ໄດ້ສຸມໃສ່ແລກປ່ຽນກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບນໍາກັນບາງເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ທີ່ການພົບປະ ແລະເຮັດວຽກໃນວັນທີ 4 ເມສາ. ພາບ: ທູຈາງ.

ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະມີປະສິດທິຜົນ, ໃນນັ້ນມີການຮ່ວມມືດ້ານເຕັກນິກການທະຫານ; ເນັ້ນໜັກວ່າສອງຝ່າຍຄວນຕັ້ງໜ້າປະຕິບັດບັນດາສັນຍາທີ່ໄດ້ລົງນາມແລ້ວ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສສາກົນ.

ລັດຖະມົນຕີສອງທ່ານ ໄດ້ມີການແລກປ່ຽນຢ່າງກົງໄປກົງມາ ແລະເປີດອົກເປີດໃຈກ່ຽວກັບສະພາບການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ເຫັນດີເປັນເອກະພາບຕໍ່ມາດຕະການຕ່າງໆ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ, ໂດຍລະອຽດແມ່ນໃນບາງຂົງເຂດຄື: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບໍາລຸງສ້າງ, ທະຫານເຮືອ, ເຈລະຈາຍຸດທະສາດປ້ອງກັນຊາດ, ເຕັກໂນໂລຢີສູງ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພາກພື້ນ. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຍົກສູງປະສິດທິຜົນໃນການຮ່ວມມືດ້ານເຕັກນິກການທະຫານກວ່າອີກ, ເພື່ອຕອບສະໜອງຄວາມຕ້ອງການ ແລະຜົນປະໂຫຍດຂອງສອງປະເທດ.

leftcenterrightdel
ລັດຖະມົນຕີສອງທ່ານໄດ້ລົງນາມໃນແຜນການພັດທະນາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄລຍະ 2018-2020. ພາບ: ທູຈາງ.

ສິ້ນສຸດການພົບປະ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນແຜນການພັດທະນາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄລຍະ 2018-2020. ນີ້ແມ່ນເອກະສານແນໃສ່ການຫັນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຮັບການລົງນາມແລ້ວໃຫ້ປະກົດຜົນເປັນຈິງ, ກໍ່ຄືສ້າງຂັ້ນຕອນການຮ່ວມມືໃນ 3 ປີ ເພື່ອແນໃສ່ນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

 

ແປໂດຍ : ເຈິ່ນຮວ່ຽນ