ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ສໍາພາດທ່ານພົນຕີ ຫວູຈ໋ຽນຖັ໋ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບຄວາມໝາຍຂອງການເຂົ້າຮ່ວມກອງປະຊຸມກໍ່ຄືຄວາມສາມາດບົ່ມຊ້ອນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະສະຫະພັນ ລັດເຊຍ...

ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ເປົ້າໝາຍ, ຄວາມໝາຍຂອງການເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7 ທີ່ ສະຫະພັນ ລັດເຊຍ ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ?

ທ່ານພົນຕີ ຫວູຈ໋ຽນຖັັ໋ງ: ການເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7 ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ດໍາເນີນໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເວົ້າລວມ ແລະການພົວພັນດ້ານປ້ອງກັນຊາດເວົ້າສະເພາະກໍາລັງພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ. ສະນັ້ນ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ດ້ານອື່ນແມ່ນຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງຂອງຫວຽດນາມ ຕໍ່ບັນດາບັນຫາສາກົນ ແລະພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນຫາຄວາມໝັ້ນຄົງ ແລະການພັດທະນາເຊິ່ງໂລກ, ພາກພື້ນຕ່າງກໍ່ສົນໃຈ; ດ້ານອື່ນອີກແມ່ນການສະໜັບສະໜູນປະເທດເຈົ້າພາບສະຫະພັນ ລັດເຊຍ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ.

ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergei Shoigu, ຜ່ານນັ້ນສືບຕໍ່ປັບປຸງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດບົນພື້ນຖານໝາກຜົນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໃນເດືອນ ມັງກອນ 2018. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ປຶກສາຫາລື, ແລກປ່ຽນ, ຍົກອອກບັນດາເນື້ອໃນ, ມາດຕະການໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກວ່າອີກ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະ ພາບລະຫວ່າງກອງທັບສອງປະເທດໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

leftcenterrightdel
ທ່ານພົນຕີ ຫວູຈ໋ຽນຖັ໋ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ. ພາບ: ຫງອັກແອວງ.

ນັກຂ່າວທ່ານສາມາດແບ່ງປັນກ່ຽວກັບຄວາມສໍາຄັນຂອງກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ແລະບົດບາດຂອງຫວຽດນາມຢູ່ບັນດາກອງປະຊຸມກ່ອນໜ້ານັ້ນ?

ທ່ານພົນຕີ ຫວູຈ໋ຽນຖັ໋ງ: ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ແມ່ນຂໍ້ລິເລີ່ມຂອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ ແລະໄດ້ຈັດຕັ້ງເປັນຄັ້ງທໍາອິດໃນປີ 2012. ນີ້ແມ່ນກອງປະຊຸມປະຈໍາປີ ດຶງດູດບັນດາຜູ້ແທນທີ່ເປັນການນໍາຂອງກະຊວງປ້ອງກັນປະເທດ, ນັກຊ່ຽວຊານການທະຫານບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນທີ່ມີຊື່ສຽງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈະດໍາເນີນແຕ່ວັນທີ 4 ຫາວັນທີ 5 ເມສາ 2018 ດ້ວຍ 5 ວາລະປະຊຸມຄົບຄະນະ, ສຸມໃສ່ເຂົ້າໃນບັນດາບັນຫາຄວາມໝັ້ນຄົງ “ເຄັ່ງຮ້ອນ” ໃນທົ່ວໂລກ. ຄາດວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ຈະມີບົດປະກອບຄໍາເຫັນທີ່ສໍາຄັນຢູ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ອາຊີ-ບັນດາແງ່ມູມຄວາມໝັ້ນຄົງພາກພື້ນ”. ບົດປະກອບຄໍາເຫັນຈະຍົກອອກບັນດາສິ່ງທ້າທາຍ ແລະໄພນາບຂູ່ກໍາລັງເກີດຂຶ້ນຢູ່ອາຊີ-ປາຊີຟິກ, ຈາກນັ້ນຕ້ອງມີການຮ່ວມມືເປັນໝູ່ຄະນະຜ່ານບັນດາກົນໄກຫຼາຍຝ່າຍເພື່ອຮັບມືກັບບັນດາສິ່ງທ້າທາຍນີ້.

ນັກຂ່າວ: ການກໍານົດທິດພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສະຫະພັນ ລັດເຊຍ ໃນໄລຍະຈະມາເຖິງມີຄືແນວໃດ? ຂໍຮຽນທ່ານ?

ທ່ານພົນຕີ ຫວູຈ໋ຽນຖັ໋ງ: ໃນການຢ້ຽມຢາມຫວຽດນາມ ໃນເດືອນ ມັງກອນ ທີ່ຜ່ານມາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergei Shoigu  ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ເຫັນດີເປັນເອກະພາບກັນວ່າ, ໃນສະພາບການໂລກ ແລະແຕ່ລະພາກພື້ນກໍາລັງມີການຜັນແປຢ່າງສັບສົນ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ໃນນັ້ນມີການຮ່ວມມືດ້ານເຕັກນິກການທະຫານບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພວກເຮົາເຊື່ອໝັ້ນວ່າ, ການພົວພັນຮ່ວມມືລະຫວ່າງຫວຽດນາມ-ສະຫະພັນ ລັດເຊຍ ໃນຂົງເຂດປ້ອງກັນຊາດ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໃນໄລຍະຈະມາເຖິງຈະນັບມື້ນັບໄດ້ຮັບການເພີ່ມທະວີ, ໝັ້ນໝາຍວ່າຈະບັນລຸໄດ້ໝາກຜົນແທດຈິງກວ່າອີກເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ຂໍຂອບໃຈ!

 

ແປໂດຍ: ຮວ່າງເຈື່ອງ