ໂດຍສືບຕໍ່ລາຍການເຄື່ອນໄຫວຢູ່ ຫວຽດນາມ, ຕອນເຊົ້າວັນທີ 21 ມີນາ, ທ່ານພົນໂທ ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ມາຢ້ຽມຢາມໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1, ແຕ່ກ່ອນແມ່ນໂຮງຮຽນ T2, ມີໜ້າທີ່ສອນວັດທະນະທໍາໃຫ້ແກ່ນັກຮຽນປະເທດເພື່ອນມິດລາວ - ເຊິ່ງເປັນບ່ອນທີ່່ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ເຄີຍຮໍ່າຮຽນ ແລະຢ້ຽມຢາມແມ່ລ້ຽງຢູ່ເມືອງ ເຕິນອຽນ, ແຂວງ ບັກຢາງ.

leftcenterrightdel
ການນໍາໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1 ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ. ພາບ: ຮວ່າງຮ່າ.

ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ມີ: ທ່ານພົນຈັດຕະວາ ບຸ່ຍດຶກແຮ້ງ, ຮອງຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນ; ທ່ານພົນຈັດຕະວາ ຟານຊີມິງ, ຮອງຫົວໜ້າກົມໃຫຍ່ 2 (ກະຊວງປ້ອງກັນປະເທດ); ທ່ານພົນຈັດຕະວາ ຮວ່າງກົງຮ່າມ, ຮອງຫົວໜ້າກອງບັນຊາການທະຫານເຂດ 1; ພ້ອມດ້ວຍບັນດາສະຫາຍໃນຄະນະພັກ - ຄະນະອໍານວຍການໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1. 

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ແລະພັນລະຍາ ມອບຂອງຂວັນໃຫ້ໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1. ພາບ: ຮວ່າງຮ່າ. 

ຕາງໜ້າການນໍາໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1 ໄດ້ລາຍງານໂດຍສັງເຂບໃຫ້ ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ຮັບຊາບກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວຂອງໂຮງຮຽນໃນຊຸມປີຜ່ານມາ; ພ້ອມທັງຫວນຄືນບາງຈຸດພົ້ນເດັ່ນກ່ຽວກັບໂຮງຮຽນວັດທະນະທໍາ T2  ໃນເມື່ອກ່ອນກໍ່ຄືການເຄື່ອນໄຫວມາຢ້ຽມຢາມໂຮງຮຽນ, ການພົບປະແລກປ່ຽນ, ພົບປະກັບບັນດາເພື່ອນ ລາວ ທີ່ເຄີຍຮໍ່າຮຽນຢູ່ໂຮງຮຽນ T2.

leftcenterrightdel
ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ຢ້ຽມຊົມອະນຸສອນສະຖານອະດີດນັກຮຽນ ລາວ ຢູ່ ຫວຽດນາມ ເຊິ່ງໄດ້ຮັບການກໍ່ສ້າງໃນບໍລິເວນໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1. ພາບ: ຮວ່າງຮ່າ. 

ກ່າວຄໍາເຫັນທີ່ການຢ້ຽມຢາມໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ຫວນຄືນອານຸສອນອັນເລິກເຊິ່ງໃນຊຸມປີທີ່ສະຫາຍຮຽນຢູ່ໂຮງຮຽນ T2. ທ່ານພົນໂທ ສຸວອນ ເລືອງບຸນມີ ເນັ້ນໜັກວ່າ, ຍ້ອນມີຄວາມເອົາໃຈໃສ່, ຮັກແພງ, ອຸ້ມຊູຊ່ວຍເຫຼືອຂອງໝູ່ຄະນະໂຮງຮຽນ ແລະການບອກສອນຢ່າງສຸດຈິດສຸດໃຈຂອງຖັນແຖວພະນັກງານ, ຄູອາຈານ, ສະຫາຍໄດ້ສະສົມບັນດາຄວາມຮູ້, ປະສົບການແຫ່ງການດໍາລົງຊີວິດສຳຄັນໃນເບື້ອງຕົ້ນ, ເປັນພື້ນຖານເພື່ອນັບມື້ນັບສູ້ຊົນ, ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່ານພົນໂທ ສຸວອນ ເລືອງບຸນມີ ກໍ່ສະຫງວນເວລາມາຢ້ຽມຢາມອານຸສອນສະຖານອະດີດນັກສຶກສາລາວ ຢູ່ ຫວຽດນາມ ເຊິ່ງໄດ້ຮັບການກໍ່ສ້າງໃນບໍລິເວນໂຮງຮຽນ; ຢ້ຽມຊົມຄ້າຍທະຫານ ແລະປູກຕົ້ນໄມ້ເປັນທີ່ລະນຶກຢູ່ທີ່ນີ້.

ພິເສດ, ໃນຕອນເຊົ້າວັນດຽວກັນ, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ມາຢ້ຽມຢາມແມ່ລ້ຽງ ໂງທິຮຸ່ງ, ປັດຈຸບັນພວມດຳລົງຊີວິດຢູ່ບ້ານ ຟຸກດິ່ງ, ຕາແສງ ຟຸກຮວ່າ, ເມືອງ ເຕິນອຽນ, ແຂວງ ບັກຢາງ.

leftcenterrightdel
ທ່ານ ບຸ່ຍກວາງຕ໋ຽນ (ລູກຊາຍກົກຂອງແມ່ ໂງທິຮຸ່ງ), ຜູ້ເປັນນ້ອງທີ່ສະໜິດສະໜົມຕອນຄາວຍັງນ້ອຍຂອງທ່ານພົນໂທ ສຸວອນ ເລືອງບຸນມີ  ຕ້ອນຮັບອ້າຍເມືອມາຢາມຄອບຄົວ. ພາບ: ຮວ່າງຮ່າ.

ປີ 1972, ເມື່ອນັກຮຽນໂຮງຮຽນ T2 ຍົກຍ້າຍມາບ້ານ ຟຸກດິ່ງ ເພື່ອຫຼີກລູກລະເບີດຂອງ ອາເມລິກາ, ກໍ່ຄືບັນດາຄອບຄົວອື່ນ, ຄອບຄົວແມ່ລ້ຽງ ໂງທິຮຸ່ງ ໄດ້ຮັບລ້ຽງດູນັກຮຽນຂອງປະເທດເພື່ອນມິດລາວ ຈໍານວນ 3 ຄົນ, ໃນນັ້ນມີທ່ານພົນໂທ ສຸວອນ ເລືອງບຸນມີ. ຮູ້ສຶກໄດ້ອາລົມຈິດອັນຈິງໃຈຈາກສະມາຊິກໃນຄອບຄົວ, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ຮັບແມ່ ຮຸ່ງ ເປັນແມ່ລ້ຽງ.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ແລະພັນລະຍາ ໂອ້ລົມກັບແມ່ລ້ຽງ ແລະບັນດາສະມາຊິກໃນຄອບຄົວ. ພາບ: ຮວ່າງຮ່າ.

ທ່ານພົນໂທ ສຸວອນ ເລືອງບຸນມີ ຮູ້ສຶກຕື້ນຕັນໃຈເມື່ອໄດ້ພົບກັບແມ່ລ້ຽງ ແລະສະມາຊິກໃນຄອບຄົວ. ທຸກຄົນພ້ອມກັນຫວນຄືນບັນດາອາລົມຈິດອັນເລິກເຊິ່ງກ່ອນນີ້ 40 ກວ່າປີ. ທ່ານພົນໂທ ສຸວອນ ເລືອງບຸນມີ ແບ່ງປັນວ່າ, ໃນຊຸມເດືອນປີສົງຄາມທີ່ດຸເດືອດ, ເຖິງວ່າການດໍາລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນກໍ່ຕາມ, ແຕ່ແມ່ລ້ຽງ ຮຸ່ງ ກໍ່ຄືພໍ່ແມ່ປະຊາຊົນທ້ອງຖິ່ນໄດ້ອຸ້ມຊູຊ່ວຍເຫຼືອນັກຮຽນລາວ, ຊ່ວຍເຂົາເຈົ້າໃຫ້ມີຄວາມກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວ. ນັ້ນເປັນພະຍານຫຼັກຖານທີ່ມີຊີວິດຊີວາ, ຈະແຈ້ງກ່ຽວກັບຄວາມສາມັກຄີມິດຕະພາບແບບພິເສດ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ-ລາວ. ທ່ານພົນໂທ ສຸວອນ ເລືອງບຸນມີ ປາດຖະໜາວ່າແມ່ລ້ຽງ ຮຸ່ງ ຈະຮັກສາສຸຂະພາບ ເພື່ອສືບຕໍ່ອົບຮົມສັ່ງສອນ, ລະດົມກໍາລັງໃຈລູກຫຼານໃຫ້ມີຄວາມກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວ ເພື່ອຮັບໃຊ້ສັງຄົມ ແລະຮັບໃຊ້ປະເທດຊາດ.

 

ແປໂດຍ: ຮວ່າງເຈື່ອງ