ທ່ານພົນໂທ ຫງວຽນເຟືອງນາມ ແລະທ່ານພົນຈັດຕະວາ Denis Bertrand ຖືວ່າ, ປີ 2018 ເປັນປີພິເສດໃນການພົວພັນ ຫວຽດນາມ-ຝະລັ່ງ ເມື່ອສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນໂອກາດ ເພື່ອຊຸກຍູ້ການພົວພັນສອງຝ່າຍໃນທຸກດ້ານກວ່າອີກ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ຕ້ອນຮັບທ່ານພົນເຮືອຈັດຕະວາ Denis Bertrand. ພາບ: ຮວ່າງຫວູ.

ສອງຝ່າຍຕີລາຄາການພົວພັນດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ຝະລັ່ງ ໃນໄລຍະຜ່ານມານັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ, ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນຫຼາຍຂົງເຂດຄື: ການບໍາລຸງສ້າງ, ເສນາຮັກ, ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ອຸດສາຫະກໍາປ້ອງກັນຊາດ... 

leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເຮືອຈັດຕະວາ Denis Bertrand. ພາບ: ຮວ່າງຫວູ.

ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ທ່ານພົນໂທ ຫງວຽນເຟືອງນາມ ແລະທ່ານພົນເຮືອຈັດຕະວາ Denis Bertrand  ສະແດງຄວາມຫວັງວ່າການພົວພັນນີ້ຈະນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

 

ແປໂດຍ: ຮວ່າງເຈື່ອງ