ຕອນເຊົ້າວັນທີ 20 ມີນາ, ທີ່ ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະ ຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານພົນໂທ ສຸວອນ ເລືອງບຸນມີ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

ການພົບປະເຈລະຈາ ດໍາເນີນໄປກົງກັບໂອກາດທີ່ກອງທັບ ແລະປະຊາຊົນສອງປະເທດຫາກໍ່ສິ້ນສຸດການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2017)   ແລະ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5-9-1962 / 5-9-2017)   ໃນປີ 2017. ໃນຂະນະນັ້ນ, ການພົວພັນດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດສືບຕໍ່ເຂົ້າສູ່ລວງເລິກ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ພົບປະເຈລະຈາກັບທ່ານພົນໂທ ສຸວອນ ເລືອງບຸນມີ. ພາບ: ຮວ່າງຫວູ.

ທີ່ການພົບປະເຈລະຈາ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ແລກປ່ຽນບາງບັນຫາກ່ຽວກັບສະພາບການຢູ່ພາກພື້ນ ແລະໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ເນັ້ນໜັກເຖິງເລື່ອງເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ; ວຽກງານສົມທົບກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ ໃນການຕ້ານ ແລະສະກັດກັ້ນກົນອຸບາຍຕ້ານທໍາລາຍຂອງບັນດາອິດທິກໍາລັງປໍລະປັກທີ່ຫວັງແບ່ງແຍກສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ, ກໍ່ຄືວຽກງານສົມທົບກັນໃນການສ້າງສາ ແລະປົກປັກຮັກສາສອງປະເທດໃຫ້ໝັ້ນຄົງເຂັ້ມແຂງ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ກວ່າອີກ.

 

ແປໂດຍ: ຮວ່າງເຈື່ອງ