ຕອນເຊົ້າວັນທີ 6 ມີນາ, ພິທີຕ້ອນຮັບທ່ານພົນໂທ ຟານວັນຢາງ ໄດ້ດໍາເນີນຢ່າງສົມກຽດຢູ່ສູນບັນຊາການກໍາລັງປະກອບອາວຸດມາເລເຊຍ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໄດ້ມີການພົບປະເຈລະຈາກັບທ່ານ ພົນເອກ Affandi, ຜູ້ບັນຊາການກໍາລັງປ້ອງກັນຊາດມາເລເຊຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ  ແລະທ່ານພົນເອກ Affandi ເປັນປະທານຮ່ວມການພົບປະເຈລະຈາ. ພາບ: ຟານຕຸ່ງເຊີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ຫວຽດນາມ ແລະມາເລເຊຍ ຖືການພົວພັນກັບບັນດາປະເທດອາຊຽນເປັນສໍາຄັນພິເສດ. ສອງຝ່າຍຖືວ່າ ຄວນຍູ້ແຮງການຮ່ວມມືສອງຝ່າຍ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຮັກສາບົດບາດໃຈກາງ, ຊັກຈູງອາຊຽນ. ການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ມາເລເຊຍ ໄດ້ ແລະກໍາລັງໄດ້ຮັບການປັບປຸງ, ພັດທະນາ ແລະບັນລຸໄດ້ປະສິດທິຜົນຢ່າງແທດຈິງໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງທະຫານເຮືອ, ທະຫານອາກາດ, ການຝຶກແອບບໍາລຸງສ້າງ...

leftcenterrightdel
ສອງຝ່າຍດໍາເນີນການພົບປະເຈລະຈາ. ພາບ: ຟານຕຸ່ງເຊີນ
leftcenterrightdel
ທ່ານພົນເອກ Affandi ແນະນໍາກັບທ່ານພົນໂທ ຟານວັນຢາງ ກ່ຽວກັບມູນເຊື້ອກໍາລັງປະກອບອາວຸດມາເລເຊຍ. ພາບ: ຟານຕຸ່ງເຊີນ

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດຮ່ວມມືສອງຝ່າຍ, ກໍ່ຄືສົມທົບກັນ, ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ. ກ່ຽວກັບກົນໄກຮ່ວມມື, ສອງຝ່າຍເຫັນດີເປັນເອກະພາບຈະຈັດຕັ້ງການປະຊຸມກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໂດຍໄວ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບກອງບັນຊາການທະຫານບົກພາກຕາເວັນຕົກ. ພາບ: ຟານຕຸ່ງເຊີນ

ກ່ອນໜ້ານັ້ນ, ວັນທີ  5 ມີນາ, ທ່ານພົນໂທ ຟານວັນຢາງ ໄດ້ໄປຢ້ຽມຢາມກອງບັນຊາການທະຫານບົກພາກຕາເວັນຕົກຂຶ້ນກັບກໍາລັງປະກອບອາວຸດມາເລເຊຍ. ນະທີ່ນີ້, ທ່ານພົນຕີ Azizan, ຜູ້ບັນຊາການກອງບັນຊາການທະຫານບົກພາກຕາເວັນຕົກ ໄດ້ແນະນໍາກ່ຽວກັບມູນເຊື້ອ, ພາລະບົດບາດ, ໜ້າທີ່ຂອງກົມກອງ.

ໃນຂອບເຂດການຢ້ຽມຢາມ, ທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ມາເລເຊຍ.

 

ແປໂດຍ: ທູຈາງ