ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຫງວຽນລອງກ໋າງ, ຜູ້ບັນຊາການທະຫານເຂດ 5 ໄດ້ຕີລາຄາສູງການສົມທົບກັນຂອງສອງທະຫານເຂດໃນການສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອບັນດາກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 5 ປະຕິບັດໜ້າທີ່ໃນບໍລິເວນທະຫານເຂດ 1. ປີ 2018, ສອງຝ່າຍຈະສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ລາດຕະເວນຄວບຄຸມ, ບໍ່ປະໃຫ້ບັນດາອິດທິກໍາລັງທີ່ເປັນປໍລະປັກສວຍໃຊ້ບໍລິເວນປະຕິບັດກົນອຸບາຍຕ້ານ ແລະທໍາລາຍ; ເພີ່ມທະວີສາຍພົວພັັນສາມັກຄີມິດຕະພາບ ແລະການຮ່ວມມື, ຍູ້ແຮງການທູດປະຊາຊົນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ. ທະຫານເຂດ 5 ສືບຕໍ່ຈັດຕັ້ງບັນດາຄະນະການແພດໄປກວດ ແລະປິ່ນປົວພະຍາດ, ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນ 3 ແຂວງເຂດຕາເວັນອອກສ່ຽງເໜືອກໍາປູເຈຍ. ສອງຝ່າຍເປັນເຈົ້າການໃນບັນດາວິທີການເພື່ອຜັນຂະຫຍາຍກໍາລັງ, ພາຫະນະກູ້ໄພ-ກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໄພພິບັດທີ່ເກີດຂຶ້ນບົນເສັ້ນຊາຍແດນສອງປະເທດຢ່າງທັນການ.

leftcenterrightdel
ຜູ້ຕາງໜ້າສອງຝ່າຍລົງນາມໃນເອກະສານຮ່ວມມື. ພາບ: ຕຸ່ງເລີມ

ປີ 2018, ຝ່າຍທະຫານເຂດ 1, ກອງທັບລາດຊະວົງກໍາປູເຈຍ ເຫັນດີເປັນເອກະພາບບັນດາເນື້ອໃນສົມທົບກັນໂດຍທະຫານເຂດ 5 ສະເໜີ; ສືບຕໍ່ສ້າງເງືື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 5 ປະຕິບັດໜ້າທີ່; ສົມທົບກັນຮັບປະກັນຄວາມສະຫງົບ, ຄວາມປອດໄພໃນວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນໃນບໍລິເວນພ້ອມທັງສະເໜີທະຫານເຂດ 5 ສືບຕໍ່ຊ່ວຍເຫຼືອແຫຼ່ງຄ່າໃຊ້ຈ່່າຍເພື່ອກໍ່ສ້າງເຮືອນ, ຄ້າຍທະຫານ...

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືປີ 2018.

ແປໂດຍ: ທູຈາງ