ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈິວີ້ງ ຖືວ່າ, ການຢ້ຽມຢາມ ແລະພົບປະແມ່ນຫຼັກຖານທີ່ມີຊີວິດຊີວາພິສູດໃຫ້ເຫັນເຈດຕະນາດີລວມຂອງຫວຽດນາມ ແລະສະຫະພາບ ເອີຣົບ (EU) ໃນສາຍພົວພັນມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຕາມເນື້ອໃນຈິດໃຈສັນຍາຄູ່ຮ່ວມມື ແລະຮ່ວມມືຮອບດ້ານ (PCA).

leftcenterrightdel
 
leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ຕ້ອນຮັບທ່ານ Gunnar Wiegand, ຜູ້ອໍານວຍການບໍລິຫານພາກພື້ນອາຊີ ແລະປາຊີຟິກ ສັງກັດອົງການພົວພັນຕ່າງປະເທດເອີຣົບ (EEAS). ພາບ: ເຟືອງລີງ

ທ່ານພົນໂທ ຫງວຽນຈິວີ້ງ ໃຫ້ຮູ້ວ່າ, ສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍພວມໄດ້ຮັບຄວາມເອົາໃຈໃສ່ພັດທະນາ. ບົນພື້ນຖານໝາກຜົນແຫ່ງການຢ້ຽມຢາມຫວຽດນາມ ຂອງທ່ານພົນເອກ Mikhail Kostarakos, ປະທານຄະນະກໍາມະການການທະຫານ EU ເມື່ອເດືອນທັນວາ 2017, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນດ້ານປ້ອງກັນຊາດ, ຕາມນັ້ນແລ້ວຕົກລົງໃຫ້ເອກອັກຄະລັດຖະທູດ-ຫົວໜ້າຄະນະປະຕິບັດງານ EU ປະຈໍາ ຫວຽດນາມ ແລະເອກອັກຄະລັດຖະທູດຫວຽດນາມ ປະຈໍາ ແບນຊິກ ທັງເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາ EU ເປັນຂົວເຊື່ອມຕໍ່ຂອງຫວຽດນາມ ໃນຂົງເຂດຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະສອງຝ່າຍຍັງບໍ່ທັນມີທູດການທະຫານປະຈໍາ. ທ່ານພົນໂທ ຫງວຽນຈິວີ້ງ ຢັ້ງຢືນວ່າ, ຫວຽດນາມ ສະໜັບສະໜູນ EU ເຂົ້າຮ່ວມກົນໄກ ADMM+ ຢ່າງເລິກເຊິ່ງກວ່າອີກບົນພື້ນຖານຫຼັກການເຫັນດີເຫັນພ້ອມຂອງທຸກປະເທດສະມາຊິກ.

ທ່ານພົນໂທ ຫງວຽນຈິວີ້ງ ແລະທ່ານ Gunnar Wiegand ກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະທຸກຊັ້ນ, ຊຸກຍູ້ການຮ່ວມມືໃນທຸກໆຂົງເຂດຢ່າງມີປະສິດທິຜົນຄື: ບໍາລຸງສ້າງ, ການຝຶກແອບ, ການແບ່ງປັນບົດຮຽນໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ...

ແປໂດຍ: ກວຽດເຕີມ