leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໃນການຢ້ຽມຢາມອາເມລິກາ ປີ 2017. ພາບ: BQP

ໂດຍຮັບຄໍາເຊີນຂອງທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມລິກາ, ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການນັບແຕ່ວັນທີ 23 ຫາວັນທີ 25 ມັງກອນ 2018.

ການຢ້ຽມຢາມແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນແລະກອງທັບສອງປະເທດ, ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ສະຫະລັດອາເມລິກາ.

 

ແປໂດຍ: ເຈິ່ນຮວ່ຽນ