ໂດຍຮັບຄໍາເຊີນຂອງທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ Shoygu Sergey Kuzhugetovich, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ, ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການນັບແຕ່ວັນທີ 22 ຫາວັນທີ 23 ມັງກອນ.

ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ຄືຊຸກ ຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ ຫວຽດນາມ-ສະຫະພັນລັດເຊຍ.

 

ແປໂດຍ: ເຈິ່ນຮວ່ຽນ