ເຂົ້າຮ່ວມກອງປະຊຸມມີທ່ານພົນຕີ ຫວໍ໊ມີງເລືອງ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 7; ທ່ານຈອມພົນ Sao Sokha, ຮອງຜູ້ບັນຊາການສູງສຸດທັງເປັນຜູ້ບັນຊາການສາລະວັດທະຫານ, ກອງທັບລາດຊະວົງກໍາປູເຈຍ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາຮ່ວມມືລະຫວ່າງກອງບັນຊາການທະຫານເຂດ 7 ແລະກອງບັນ ຊາການສາລະວັດທະຫານ ກໍາປູເຈຍ. ພາບ: ງອັກຕວນ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຈອມພົນ Sao Sokha ເນັ້ນໜັກວ່າ, ການຢ້ຽມຢາມ ແລະເຮັດວຽກຂອງທ່ານພົນຕີ ຫວໍ໊ມີງເລືອງ ແລະຄະນະຜູ້ແທນກອງບັນຊາການທະຫານເຂດ 7 ຢູ່ລາຊະອານາຈັກ ກໍາປູເຈຍ ໄດ້ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີລະຫວ່າງກອງທັບສອງປະເທດເວົ້າລວມ ແລະລະຫວ່າງກອງບັນຊາການທະຫານເຂດ 7 ກັບກອງບັນຊາການສາລະວັດທະຫານ ກໍາປູເຈຍ ເວົ້າສະເພາະກວ່າອີກ. ທ່ານພົນຕີ ຫວໍ໊ມີງເລືອງ ຕີລາຄາສູງສາຍພົວພັນມິດຕະພາບການຮ່ວມມືລະຫວ່າງບັນດາກົມກອງກອງທັບລາດຊະວົງ ກໍາປູເຈຍ ກັບບັນດາກົມກອງຂອງທະຫານເຂດ 7 ໃນໄລຍະຜ່ານມາ,  ຫວັງວ່ານໍ້າໃຈສາມັກຄີມິດຕະພາບລະຫວ່າງສອງຊາດ ແລະກອງທັບສອງປະເທດນັບມື້ນັບໝັ້ນແກ່ນບົນຈິດໃຈການຮ່ວມມືພ້ອມກັນພັດທະນາ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາລະອຽດທີ່ກ່ຽວຂ້ອງເຖິງການຮ່ວມມື, ສົມທົບກັນຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເສັ້ນຊາຍແດນ, ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ; ການເຄື່ອນໄຫວແລກປ່ຽນຄະນະ; ການເຄື່ອນໄຫວແຮກສ່ຽວ; ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການບໍາລຸງສ້າງວິຊາການ; ການຮ່ວມມືພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາກາຍຍະກໍາ. ສອງຝ່າຍເຫັນດີເປັນເອກະພາບປະຕິບັດບັນດາເນື້ອໃນຂໍ້ຕົກລົງ, ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ... ໃນເຂດຊາຍແດນ; ສືບຕໍ່ເພີ່ມທະວີ, ປັບປຸງສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ພັດທະນາແບບຍືນຍົງ.

ແປໂດຍ: ເຈິ່ນຮວ່ຽນ