ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານພັນເອກພິເສດ ຕ່າວວັນທ໋າຍ, ທູດທະຫານຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ, 73 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພ້ອມກັບທົ່ວປວງຊົນສ້າງບັນດາວິລະກໍາທີ່ຍິ່ງໃຫຍ່ ໃນພາລະກິດປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ. ປີ 2017 ແມ່ນປີ ສືບຕໍ່ຂີດໝາຍບັນດາບາດກ້າວຄວາມເຕີບໃຫຍ່, ເຂັ້ມແຂງຂອງກອງທັບປະຊາຊົນຫວຽດນາມ ໃນການກໍ່ສ້າງກອງທັບປະຕິວັດ, ລະບຽບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ພ້ອມທັງແມ່ນກໍາລັງປະຈັນບານພ້ອມກັບກໍາລັງຕໍາຫຼວດປະຊາຊົນເຂົ້າຮ່ວມກູ້ຊ່ວຍ, ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ; ສືບຕໍ່ຍູ້ແຮງວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບການປ້ອງກັນຊາດ ແລະເພີ່ມທະວີເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ລາວ. ພາບ: ຂ່າວສານຫວຽດນາມ

ໃນວັນດຽວກັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 28 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2017), ກົມພົວພັນຕ່າງປະເທດກະຊວງບັນດາກໍາລັງປະກອບອາວຸດກູບາ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງການເມືອງ ຢູ່ວິທະຍາຄານການທະການຂັ້ນສູງກູບາ.

ຢູ່ນະຄອນຫຼວງ ປຣາຮາ, ປະເທດເຊັກໂກ, ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ແລະຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 28 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ.

 

ແປໂດຍ: ທູຈາງ