ປີ 2017, ກອງບັນຊາການທະຫານແຂວງ ໄຕນິງ ໄດ້ສົມທົບກັບບັນດາກອງບັນຊາການທະຫານແຂວງຂອງ ກໍາປູເຈຍ ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂ 6 ກໍລະນີລະເມີດສະພາບເດີມຢູ່ເຂດຊາຍແດນ. ກອງບັນຊາການທະຫານແຂວງເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງ ໄຕນິງ ໜູນຊ່ວຍເງິນກວ່າ 2,2 ຕື້ດົ່ງ ຊ່ວຍບັນດາກອງບັນຊາການທະຫານແຂວງຂອງກໍາປູເຈຍ ເພື່ອກໍ່ສ້າງກົມກອງ. ບັນດາກົມກອງເພື່ອນບ້ານໄດ້ໜູນຊ່ວຍກອງບັນຊາການທະຫານແຂວງ ໄຕນິງ ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ 263 ອັດຖິທີ່ເສຍສະຫຼະຊີວິດເພື່ອຊາດໃນດິນແດນກໍາປູເຈຍ ຜ່ານບັນດາໄລຍະ. ບັນດາກົມກອງຍັງສົມທົບກັນຈັດຕັ້ງການແລກປ່ຽນບົດຮຽນກໍ່ສ້າງກົມກອງ, ໂອ້ລົມສົນທະນາພົບປະແລກປ່ຽນນາຍທະຫານໜຸ່ມ, ພົບປະແລກປ່ຽນວັດທະນະທໍາສິລະປະ, ແຂ່ງຂັນກິລາກາຍຍະກໍາ...

leftcenterrightdel
ຕາງໜ້າຜູ້ບັນຊາການບັນດາກົມກອງລົງນາມສົມທົບກັນເຄື່ອນໄຫວປີ 2018. ພາບ: ເຊີນຕ່ອງ.

ປີ 2018, ບັນດາກົມກອງຈະລົງນາມສົມທົບກັນເຄື່ອນໄຫວກໍາແໜ້ນສະພາບການ, ສະກັດກັ້ນອາດຊະຍາກໍາ, ໂຄສະນາ, ຕໍ່ສູ້ຕ້ານບັນດາການເຄື່ອນໄຫວເສກສັນປັ້ນແຕ່ງມ້າງທໍາລາຍຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ; ປະຕິບັດບັນດາຂໍ້ຕົກລົງ, ລະບຽບການໄດ້ຮັບການລົງນາມຈາກສອງລັດຖະບານຢ່າງເຂັ້ມງວດ; ສົມທົບກັນປ້ອງກັນບັນດາຫຼັກໝາຍຊາຍແດນ, ວຽກງານກູ້ໄພກູ້ຊີບ; ການປ້ອງກັນ, ຕ້ານໂລກລະບາດ; ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ...


ແປໂດຍ: ກວິ່ງຈາງ