ກ່າວຄໍາເຫັນທີ່ການຕ້ອນຮັບ ແລະພົບປະເຈລະຈາ, ທ່ານພົນຈັດຕະວາ ຫງວຽນວັນນາມ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພົນຕີ Chen Zhaohai ພ້ອມດ້ວຍຄະນະປະຕິບັດງານ ມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

leftcenterrightdel
 ບັນຍາກາດທີ່ການພົບປະເຈລະຈາ. ພາບ: bienphong.com.vn.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຫງວຽນວັນນາມ ໄດ້ແນະນໍາກ່ຽວກັບພາລະບົດບາດ, ໜ້າທີ່ຂອງກໍາລັງທະຫານປ້ອງກັນຊາຍແດນຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ກໍາລັງທະຫານປ້ອງກັນຊາຍແດນຫວຽດນາມ ແລະກໍາລັງທະຫານປ້ອງກັນຊາຍແດນ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ. ສອງຝ່າຍໄດ້ຈັດຕັ້ງການປະຕິບັດເອກະສານດ້ານນິຕິກໍາ 3 ສະບັບກ່ຽວກັບເສັ້ນຊາຍແດນທາງບົກຫວຽດນາມ-ຈີນ ຢ່າງເຂັ້ມງວດ; ກອງບັນຊາການທະຫານປ້ອງກັນຊາຍແດນ 7 ແຂວງຂອງຫວຽດນາມ ໄດ້ສົມທົບກັບທະຫານເຂດ ກວາງຊີ, ຢູນນານ ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືປ້ອງກັນຊາຍແດນເປັນຢ່າງດີ; ຮັກສາກົນໄກການພົບປະ, ການເຈລະຈາທະຫານປ້ອງກັນຊາຍແດນ, ຜູ້ຕາງໜ້າຊາຍແດນ, ບັນດາຄ້າຍ, ປ້ອມປ້ອງກັນຊາຍແດນ; ສົມທົບໃນບັນດາຂົງເຂດຄຸ້ມຄອງ, ປ້ອງກັນຊາຍແດນເປັນຢ່າງດີ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນນາມ (ຜູ້ທີສາມນັບແຕ່ຂວາຫາຊ້າຍ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: bienphong.com.vn.

ໃນໄລຍະຈະມາເຖິງ, ທ່ານຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານປ້ອງກັນຊາຍແດນ ປາດຖະໜາວ່າສອງຝ່າຍຈະເຫັນດີເປັນເອກະພາບກັນຊີ້ນໍາ, ຜັນຂະຫຍາຍ “ຂໍ້ຕົກລົງຮ່ວມມືປ້ອງກັນຊາຍແດນ” ເຊິ່ງກະຊວງປ້ອງກັນປະເທດສອງປະເທດ ຫາກໍ່ລົງນາມໃນວັນທີ 12 ພະຈິກ 2017 ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ທ່ານພົນຈັດຕະວາ ຫງວຽນວັນນາມ ກໍ່ສະເໜີທ່ານພົນຕີ Chen Zhaohai ເປັນເສນາທິການໃຫ້ການນໍາກະຊວງປ້ອງກັນປະເທດຈີນ ຊີ້ນໍາ, ຈັດຕັ້ງບັນດາເນື້ອໃນ, ເຄື່ອນໄຫວຂອງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 5, ຄາດຄະເນວ່າຈະຈັດຕັ້ງໃນປີ 2018 ຢູ່ແຂວງ ກາວບັງ (ຫວຽດນາມ) ແລະແຂວງ ກວາງຊີ (ຈີນ); ພ້ອມທັງສົ່ງຄະນະຜູ້ແທນເຂົ້າຮ່ວມລາຍການ “ຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ” ປີ 2018 ຢູ່ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ 6 ປະເທດ: ຫວຽດນາມ, ຈີນ, ລາວ, ກໍາປູເຈຍ, ໄທ ແລະມຽນມາ ໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ເປັນເຈົ້າພາບຈັດຕັ້ງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນນາມ ມອບເຄື່ອງທີ່ລະນຶກໃຫ້ທ່ານພົນຕີ Chen Zhaohai. ພາບ: bienphong.com.vn.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານພົນຕີ Chen Zhaohai ສະແດງຄວາມປິຕິຊົມຊື່ນ ແລະເຫັນດີກັບການຕີລາຄາຂອງທ່ານພົນຈັດຕະວາ ຫງວຽນວັນນາມ ກ່ຽວກັບບັນດາໝາກຜົນບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນຊຸມປີມໍ່ໆມານີ້ກໍ່ຄືສະເໜີກ່ຽວກັບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບໃນໄລຍະຈະມາເຖິງ. ພ້ອມທັງ, ຖືວ່າທະຫານປ້ອງກັນຊາຍແດນຫວຽດນາມ ແລະກໍາລັງປະຕິບັດກົດໝາຍສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນຢ່າງເຫັນໄດ້ຊັດ, ປະກອບສ່ວນສໍາຄັນໃຫ້ແກ່ສັນຕິພາບ, ການພັດທະນາຄວາມສີວິໄລຢູ່ເຂດຊາຍແດນ.

ທ່ານພົນຕີ Chen Zhaohai ຢືນຢັນວ່າ, ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ນັບມື້ນັບໄດ້ຮັບການຈັດຕັ້ງໃຫ້ດີກວ່າ, ມີຄຸນຄ່າອັນໃຫຍ່ຫຼວງທາງດ້ານການເມືອງ, ການຕ່າງປະເທດ, ວັດທະນະທໍາ ແລະຈິດໃຈ; ພ້ອມທັງ, ຖືວ່າ, ສອງຝ່າຍຄວນສືບຕໍ່ຮັກສາການພົບປະແລກປ່ຽນປະຈໍາໄລຍະ, ເປັນເຈົ້າການແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ການລາດຕະເວນປະສົມຢູ່ຊາຍແດນທາງບົກ.


ແປໂດຍ: ຮວ່າງເຈື່ອງ