ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ.

ທ່ານ Ryamizard Ryacudu ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ   ຊົມເຊີຍການຢ້ຽມຢາມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ; ຖືວ່າການຢ້ຽມຢາມຈະປະກອບສ່ວນສໍາຄັນເພື່ອເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດສອງປະເທດໃຫ້ນັບມື້ນັບມີປະສິດທິຜົນຢ່າງແທດຈິງ.

ຕາງໜ້າຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຂອບໃຈການຕ້ອນຮັບອັນອົບອຸ່ນ, ຮອບຄອບຖີ່ຖ້ວນ ເຊິ່ງກະຊວງປ້ອງກັນປະເທດອິນໂດເນເຊຍ ໄດ້ສະຫງວນເວລາໃຫ້ຄະນະ. ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາວ່າການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງກອງທັບ, ສອງປະເທດເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາລວມຂອງປະຊາຄົມອາຊຽນ, ຂອງພາກພື້ນ ແລະໃນໂລກ. ທ່ານພົນເອກ ໂງຊວນລິກ ໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມເພື່ອແນໃສ່ຜັນຂະຫຍາຍໝາກຜົນແຫ່ງການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການຂອງທ່ານ  ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເມື່ອເດືອນ ສິງຫາ 2017, ພ້ອມທັງປຶກສາຫາລືການຊຸກຍູ້ ແລະເປີດກວ້າງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ Ryamizard Ryacudu. ພາບ: ທູຈາງ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ພັດທະນາ, ບັນລຸໄດ້ໝາກຜົນຢ່າງແທດຈິງຕາມເນື້ອໃນບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ, ທີ່ໄດ້ລົງນາມໃນເດືອນຕຸລາ 2010, ພົ້ນເດັ່ນແມ່ນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບເຮືອ, ທະຫານອາກາດ, ຕໍາຫຼວດທະເລ; ການບໍາລຸງສ້າງ...

ສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ຜັນຂະຫຍາຍບັນດາເນື້້ອໃນໃນບົດບັນທຶກຊ່ວຍຈໍາ ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ໃນນັ້ນສຸມໃສ່ບັນດາການເຄື່ອນໄຫວຄື: ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ສ້າງກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າທັບເຮືອ, ທະຫານອາກາດ, ຕໍາຫຼວດທະເລ; ບໍາລຸງສ້າງ; ຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດ. ສອງຝ່າຍກໍ່ເຫັນດີເປັນເອກະພາບກັນສືບຕໍ່ທາບທາມຄໍາເຫັນຢ່າງຕັ້ງໜ້າ, ສົມທົບກັນ ແລະໜູນຊ່ວຍເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ກ່ຽວກັບບັນຫາຊາວປະມົງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ຖືວ່າ, ຖ້າບັນຫານີ້ບໍ່ໄດ້ຮັບການແກ້ໄຂຢ່າງທັນການຈະສົ່ງຜົນກະທົບຫຍໍ້ທໍ້ເຖິງການພົວພັນສອງປະເທດ. ສໍາລັບຝ່າຍຫວຽດນາມໄດ້ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ໂຄສະນາສຶກສາອົບຮົມຊາວປະມົງ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ສະເໜີໃນໄລຍະຈະມາເຖິງ, ເມື່ອສອງປະເທດຍັງບໍ່ທັນກໍານົດເຂດເສດຖະກິດຈໍາເພາະ (EEZ) ສຳເລັດເທື່ອ, ສະນັ້ນ, ບັນດາກໍາລັງປະຕິບັດກົດໝາຍຂອງສອງປະເທດຄວນສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາກໍລະນີເກີດຂຶ້ນໃນພູມີປະເທດຕົວຈິງຢ່າງທັນການ, ບໍ່ປະໃຫ້ບັນດາເຫດການທີ່ເປັນໜ້າເສຍດາຍເກີດຂຶ້ນ.

leftcenterrightdel
ສອງຄະນະຜູ້ແທນຖ່າຍຮູບຮ່ວມກັນ. ພາບ: ທູຈາງ

ພາຍຫຼັງການພົບປະເຈລະຈາ, ສອງຝ່າຍໄດ້ເຊັນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2017-2022 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດອິນໂດເນເຊຍ. ຈຸດປະສົງຂອງການເຊັນຖະແຫຼງການວິໄສທັດຮ່ວມແມ່ນເພື່ອພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ. ໃນນັ້ນລວມມີ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ - ອິນໂດເນເຊຍ ໃນຂົງເຂດປ້ອງກັນຊາດ; ຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບໃນພາກພື້ນ; ປົກປັກຮັກສາບັນດາຫຼັກການ ແລະກົດໝາຍສາກົນ; ຮ່ວມມືແກ້ໄຂບັນດາໄພນາບຂູ່ຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະບັນດາໄພອັນຕະລາຍທີ່ກ່ຽວຂ້ອງ.

ເນື້້ອໃນຂອງຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2017-2022 ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ ແມ່ນການຫັນບັນດາເນື້ອໃນບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ, ທີ່ໄດ້ລົງນາມໃນເດືອນ ຕຸລາ 2010 ເປັນລະອຽດ, ຜ່ານນັ້ນກໍານົດທິດຮ່ວມມືເພ່ື່ອແນໃສ່ເປີດກວ້າງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອິນໂດເນເຊຍ ເລິກເຊິ່ງກວ່າອີກ.

ກ່ອນໜ້ານັ້ນ, ວັນທີ 12 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ພົບປະກັບທ່ານ Wiranto ລັດຖະມົນຕີກະຊວງປະສານງານກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ ແລະກົດໝາຍອິນໂດເນເຊຍ. ທ່ານລັດຖະມົນຕີ ໂງຊວນລິກ ຖືວ່າ, ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ຫວຽດນາມ ແລະອິນໂດເນເຊຍ ແມ່ນໃຫຍ່ຫຼວງ, ປາດຖະໜາວ່າທ່ານລັດຖະມົນຕີ Wiranto ໃນຖານະຕໍາແໜ່ງ ແລະອິດທິພົນຊື່ສຽງຂອງຕົນຈະສືບຕໍ່ສະໜັບສະໜູນການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດເພື່ອນໍາການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອິນໂດເນເຊຍ.

ສ່ວນທ່ານລັດຖະມົນຕີ Wiranto ລັດຖະມົນຕີກະຊວງປະສານງານກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ ແລະກົດໝາຍອິນໂດເນເຊຍ ຊົມເຊີຍການມາຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ, ຖືວ່າການຢ້ຽມຢາມສວມບົດບາດສໍາຄັນໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ຕາມທ່ານລັດຖະມົນຕີ Wiranto ແລ້ວ, ໂດຍເລີ່ມມາຈາກການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ, ສອງຝ່າຍຈຶ່ງໄດ້ເຊັນສັນຍາການກໍານົດເສັ້ນຊາຍແດນເຂດໄຫຼ່ທະວີບຢູ່ເຂດທະເລຊໍ້າຊ້ອນກັນໃນປີ 2003. ທີ່ການພົບປະເຈລະຈາ ລະຫວ່າງທ່ານປະທານາທິບໍດີອິນໂດເນເຊຍ Widodo ແລະທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເມື່ອເດືອນ ສິງຫາ 2017, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຊຸກຍູ້ການເຈລະຈາກໍານົດ EEZ ຢ່າງແຮງກວ່າອີກ, ທ່ານລັດຖະມົນຕີ Wiranto ຢືນຢັນວ່າ, ອິນໂດເນເຊຍ ຢາກແກ້ໄຂບັນດາບັນຫາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໃນຂອບເຂດການຢ້ຽມຢາມອິນໂດເນເຊຍ ຢ່າງເປັນທາງການ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ກໍ່ໄດ້ພົບປະກັບທ່ານພົນເອກ Gatot Nurmanto - ຜູ້ບັນຊາການກອງທັບແຫ່ງຊາດ ອິນໂດເນເຊຍ; ຢ້ຽມຢາມ ແລະພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ຢາກາຕາ, ອິນໂດເນເຊຍ.

 

ແປໂດຍ: ຮວ່າງເຈື່ອງ