ເຂົ້າຮ່ວມເຫດການນີ້ມີທ່ານ ຈູງອັກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າກະຊວງການຕ່າງປະເທດ, ບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງຫຼວງຫຼາຍ...

leftcenterrightdel
ຜູ້ແທນສອງຝ່າຍ ຫວຽດນາມ - ສິງກະໂປ ທີ່ພິທີເປີດສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີເປີດສະຫຼອງ, ທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປ ປະຈໍາຫວຽດນາມ ໃຫ້ຮູ້ວ່າ, ຕົ້ນກໍາເນີດຂອງສູນຮ່ວມມືຫວຽດນາມ-ສິງກະໂປ ແມ່ນສູນກໍ່ສ້າງຫວຽດນາມ-ສິງກະໂປ, ເຊິ່ງໄດ້ຮັບການສ້າງຕັ້ງໃນປີ 2002. ຕາມທ່ານນາງ Catherine Wong ແລ້ວ, ໃນສະພາບການທີ່ຫວຽດນາມມີຄວາມເຕີບໂຕ ແລະພັດທະນາຢ່າງວ່ອງໄວນັ້ນ, ສູນກໍ່ສ້າງຫວຽດນາມ-ສິງກະໂປ ໄດ້ຮັບການຍົກລະດັບ ແລະປ່ຽນຊື່ເປັນສູນຮ່ວມມືຫວຽດນາມ-ສິງກະໂປ ເພື່ອແນໃສ່ສະແດງໃຫ້ເຫັນຄໍາໝັ້ນສັນຍາອັນຍາວນານຂອງສິງກະໂປ ໃນການແກ້ໄຂບັນດາຄວາມຕ້ອງການພັດທະນາຂອງບັນດາປະເທດ ແລະຮັດແຄບຊ່ອງຫວ່າງພັດທະນາໃນພາກພື້ນ...

ໂດຍ: ໄຊຊະນະ