ເລື່ອງຈັດສົ່ງກໍາປັ່ນໝາຍເລກ 012-ລິທ໊າຍໂຕ ເຂົ້າຮ່ວມງານວາງສະແດງ LIMA 2019 ແລະຢ້ຽມຢາມສັນຖະວະໄມຕີ ມາເລເຊຍ ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະກອງທັບໃນການເຊື່ອມໂຍງ ແລະຮ່ວມມືກັບສາກົນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ ແລະໃນໂລກ. ບັນດາການເຄື່ອນໄຫວທາງການທູດດ້ານການທະຫານນີ້ກໍ່ຢັ້ງຢືນເຖິງການສະໜັບສະໜູນຂອງກະຊວງປ້ອງກັນປະເທດ ແລະທະຫານເຮືອຫວຽດນາມ ຕໍ່ກະຊວງປ້ອງກັນປະເທດ ແລະທະຫານເຮືອມາເລເຊຍ ໃນການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການສາກົນ, ປະຕິບັດຄຳໝັ້ນສັນຍາຂອງການນຳກະຊວງປ້ອງກັນປະເທດ ແລະທະຫານເຮືອສອງປະເທດ; ສະແດງໃຫ້ເຫັນເຈດຕະນາດີໃນການເພີ່ມທະວີການພົວພັນກັບກອງທັບ ແລະທະຫານເຮືອມາເລເຊຍ, ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນການຮ່ວມມືມິດຕະພາບ ກັບທະຫານເຮືອບັນດາປະເທດອາຊຽນ ແລະທະຫານເຮືອປະເທດຕ່າງໆໃນພາກພື້ນ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn.

ການປະຕິບັດງານຄັ້ງນີ້ເພື່ອແນໃສ່ສ້າງເງື່ອນໄຂໃຫ້ນາຍທະຫານ, ລູກເຮືອຂອງທະຫານເຮືອຫວຽດນາມ ມີໂອກາດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງຄວາມສາມາດໃນການສົມທົບກັບທະຫານເຮືອປະເທດຕ່າງໆ.

ໂດຍ: ສົມເພັດ