ຜ່ານການເສັງຂຽນນີ້ແມ່ນເພື່ອແນໃສ່ປຸກລະດົມ, ສົ່ງເສີມຖັນແຖວນັກຂ່າວບັນດາອົງການສື່ມວນຊົນ ແລະເພື່ອນຜູ້ອ່ານໃນທົ່ວປະເທດໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ບັນດາຄຸນນະທາດອັນດີງາມຂອງທະຫານລຸງໂຮ່ ໃນໄລຍະໃໝ່; ບັນດາແບບຢ່າງວຽກດີຄົນເດັ່ນ, ບັນດາແບບຢ່າງທີ່ນໍາໜ້າໃນຂະບວນການແຂ່ງຂັນເດັດຂາດມີໄຊຂອງກອງທັບໃນໄລຍະ 5 ປີ (2014-2019); ບັນດາວຽກເຮັດງານທຳທີ່ແທດຈິງ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນຂອງບັນດາຂະແໜງການ, ທ້ອງຖິ່ນຂັ້ນຕ່າງໆ ແລະປະຊາຊົນທຸກຊັ້ນວັນນະໃນພາລະກິດປັບປຸງ ແລະກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮວ໊ນ,  ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ຫົວໜ້າຄະນະຈັດຕັ້ງການເສັງຂຽນ ກ່າວຄໍາເຫັນທີ່ການພົບປະສັງສັນກັບສື່ມວນຊົນ. ພາບ: ຝູເຊີນ.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ຟ້າມວັນຮວ໊ນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ: ການເສັງຂຽນ “ກອງທັບວິລະຊົນ, ການປ້ອງກັນຊາດໝັ້ນຄົງເຂັ້ມແຂງ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນບຸນທ່ົວປວງຊົນປ້ອງກັນຊາດ, 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. ປະຕິບັດການເສັງຂຽນເປັນຢ່າງດີ ເພື່ອແນໃສ່ສືບຕໍ່ຢັ້ງຢືນມູນເຊື້ອອັນດີງາມຂອງກອງທັບປະຊາຊົນຫວຽດນາມ ແລະບັນດາຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນໄລຍະໃໝ່; ລະດົມກໍາລັງໃຈໃຫ້ພະນັກງານ, ນັກຮົບທົ່ວກອງທັບສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ທາງດ້ານການເມືອງ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ໄດ້ຢ່າງມີໄຊ; ພ້ອມທັງປຸກລະດົມທຸກຂ້ັນ, ທຸກຂະແໜງການ  ແລະທົ່ວສັງຄົມຕັ້ງໜ້າເຂົ້າຮ່ວມພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ ແລະປົກປັກຮັກສາປະເທດຊາດ.

ໂດຍ: ທູຈາງ