ຕາງໜ້າຄະນະພັກ, ການນຳກົມໃຫຍ່ພະລາທິການ, ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ, ຫົວໜ້າກົມໃຫຍ່ພະລາທິການ ໄດ້ລາຍງານບັນດາໜ້າທີ່ຕົ້ນຕໍຂອງກົມໃຫຍ່ພະລາທິການ. ປີ 2019, ນອກຈາກການປະຕິບັດບັນດາໜ້າທີ່ຮັບປະກັນພະລາທິການເປັນປະຈໍາ, ກົມໃຫຍ່ພະລາທິການຍັງສຸມໃສ່ປະຕິບັດ: ການຈັດສັນລະບົບສາງພະລາທິການທົ່ວກອງທັບ; ປັບປຸງ, ບຸລະນະລະບົບອຸປະກອນຂະແໜງພະລາທິການ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ: ປີ 2018, ກົມໃຫຍ່ພະລາທິການໄດ້ສໍາເລັດໜ້າທີ່ເປັນຢ່າງດີ, ພົ້ນເດັ່ນແມ່ນໄດ້ຮັບປະກັນຄ້າຍທະຫານ, ສະບຽງອາຫານ, ເຄື່ອງນຸ່ງຂອງທະຫານເປັນຢ່າງດີ; ຕັ້ງໜ້າໃນວຽກງານຮັບປະກັນນໍ້າມັນ, ການຂົນສົ່ງໃຫ້ບັນດາໜ້າທີ່. ສໍາລັບບັນດາໜ້າທີ່ຈຸດສຸມຂອງກົມໃຫຍ່ພະລາທິການໃນປີ 2019, ທ່ານພົນໂທ ຟານວັນຢາງ ໄດ້ເນັ້ນໜັກບາງເນື້ອໃນ, ຄື: ເລື່ອງກໍ່ສ້າງບັນດາສາງພະລາທິການທົ່ວກອງທັບຕ້ອງໃກ້ຊິດຕິດແທດກັບພາລະບົດບາດ, ໜ້າທີ່ຂອງກົມໃຫຍ່ ແລະແຜນການກໍ່ສ້າງເຂດປ້ອງກັນ. ເລື່ອງຈັດສັນລະບົບໂຮງໝໍ, ສຸກສາລາທົ່ວກອງທັບຕ້ອງອີງໃສ່ສະພາບຕົວຈິງ, ມີການສໍາຫຼວດຢ່າງລະອຽດ, ມີແບບມີແຜນ; ຕ້ອງຄິດໄລ່ຮອດປັດໄຈຂະແໜງສະເພາະ, ພ້ອມທັງຮັບປະກັນໃຫ້ບັນດາໂຮງໝໍສືບຕໍ່ຮັບໃຊ້ໜ້າທີ່ຝຶກແອບ ແລະກຽມພ້ອມສູ້ຮົບໃຫ້ມີປະສິດທິຜົນ...

ໂດຍ: ທະນາພອນ