ກໍາລັງເຂົ້າຮ່ວມການລາດຕະເວນຮ່ວມມີກໍາປັ່ນໝາຍເລກ 253 ສັງກັດກອງພັນນ້ອຍ 127, ທະຫານເຮືອເຂດ 5 ກອງທັບປະຊາຊົນຫວຽດນາມ ແລະກໍາປັ່ນໝາຍເລກ 1142 ສັງກັດຖານທີ່ໝັ້ນທະຫານເຮືອລາດຊະວົງກໍາປູເຈຍ. ສອງຝ່າຍໄດ້ດໍາເນີນບັນດາໜ້າທີ່, ຄື: ສະກັດກັ້ນ, ປາບປາມພວກໂຈນສະຫຼັດ, ບັນດາການເຄື່ອນໄຫວຄ້າເຖື່ອນ, ຂົນສົ່ງຢາເສບຕິດ, ເຂົ້າເມືອງຜິດກົດໝາຍ, ຄ້າຂາຍອາວຸດ, ທາດລະເບີດຜິດກົດໝາຍ; ຊອກຫາ, ກູ້ຊີບ-ກູ້ໄພ ແລະປົກປັກຮັກສາສິ່ງແວດລ້ອມທະເລ.

leftcenterrightdel
ທະຫານເຮືອຫວຽດນາມ ແລະທະຫານເຮືອລາດຊະວົງກໍາປູເຈຍ ລາດຕະເວນຮ່ວມ. ພາບ: ວັນດິ່້ງ.

ດ້ວຍການກະກຽມຢ່າງຮອບຄອບທີ່ຖ້ວນ, ການຮ່ວມມືຢ່າງແໜ້ນແຟ້ນ, ການລາດຕະເວນຮ່ວມຄັ້ງທີ 54 ໄດ້ສໍາເລັດຢ່າງຈົບງາມ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍໃນເຂດນໍ້າປະຫວັດສາດລະຫວ່າງຫວຽດນາມ-ກໍາປູເຈຍ, ສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດທໍາມາຫາກິນ, ພັດທະນາເສດຖະກິດ. ພ້ອມທັງປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດ.

ໂດຍ: ເກື່ອງດັ້ງ