leftcenterrightdel
ທ່ານພົນໂທ ເບ໊ຊວນເຈື່ອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Lukas Kaucky . ພາບ: ເຝືອງລິງ.

ທີ່ການຕ້ອນຮັບ, ທ່ານພົນໂທ ເບ໊ຊວນເຈື່ອງ ເນັ້ນໜັ້ກວ່າ, ນັບແຕ່ເມື່ອລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດປີ 2012, ກະຊວງປ້ອງກັນປະເທດຫວຽດນາມ ແລະສ. ເຊັກ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ພັດທະນາສາຍພົວພັນດ້ານປ້ອງກັນຊາດ, ສຸມໃສ່ເຂົ້າໃນການແລກປ່ຽນຄະນະ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກໍາປ້ອງກັນຊາດ ແລະຮັບປະກັນດ້ານເຕັກນິກ. ທ່ານພົນໂທ ເບ໊ຊວນເຈື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະປ້ອງກັນຊາດຂັ້ນຕ່າງໆ, ເພີ່ມທະວີການຮ່ວມມືຄົ້ນຄວ້າ ແລະແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດປ້ອງກັນຊາດສອງປະເທດສືບຕໍ່ຊອກຫາໂອກາດຮ່ວມມື...

ເຫັນດີເປັນເອກະພາບກັບຄຳຄິດເຫັນຂອງທ່ານພົນໂທ ເບ໊ຊວນເຈື່ອງ, ທ່ານ Lukas Kaucky ຢືນຢັນວ່າ, ເຊັກກໍສະໜັບສະໜູນໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືຂອງສະຫະພາບເອີລົບ ໃນຂົງເຂດປ້ອງກັນຊາດ ແລະເນັ້ນໜັກວ່າພ້ອມແລ້ວທີ່ຈະສະໜັບສະໜູນກະຊວງປ້ອງກັນປະເທດຫວຽດນາມ ໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ໂດຍ: ໄຊນີດາ