ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້, ຕີລາຄາສູງຈິດໃຈສາມັກຄີ, ການຕັດສິນໃຈ, ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສຳເລັດໜ້າທີ່ການຜະລິດ, ດຳເນີນທຸລະກິດ ແລະກໍ່ສ້າງກົມກອງຂອງພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງບໍລິສັດໃຫຍ່ດົງບັ໊ກ ໃນໄລຍະຜ່ານມາເປັນຢ່າງດີ.

leftcenterrightdel
ການນຳບໍລິສັດໃຫຍ່ດົງບັ໊ກ ຕ້ອນຮັບທ່ານພົນເອກ ໂງຊວນລິກ. ພາບ: qdnd.vn.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ຂອບໃຈການນຳແຂວງກວ໋າງນີງ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບໍລິສັດໃຫຍ່ດົງບັ໊ກ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຈຳກັດໃນການຜະລິດ, ດຳເນີນທຸລະກິດ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການເຮັດວຽກຢູ່ບໍລິສັດໃຫຍ່ດົງບັ໊ກ. ພາບ: qdnd.vn.

ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ຄະນະພັກ, ຄະນະອຳນວຍການບໍລິສັດໃຫຍ່ດົງບັ໊ກ ຄວນສືບຕໍ່ມີບັນດາແຜນນະໂຍບາຍ, ມາດຕະການ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ການພັດທະນາ, ປະກອບສຳຄັນໃຫ້ແກ່ງົບປະມານຂອງລັດ ແລະປະຕິບັດວຽກງານສັງຄົມໃນບໍລິເວນເປັນຢ່າງດີ. ທ່ານພົນເອກ ໂງຊວນລິກ ໃສ່ໃຈວ່າວິວັດການຜະລິດ, ດຳເນີນທຸລະກິດ, ພະນັກງານ, ສະມາຊິກພັກຂອງບໍລິສັດໃຫຍ່ດົງບັ໊ກ ຕ້ອງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ; ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງເຂົ້າຮ່ວມຮັກສາຄວາມໝັ້ນຄົງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢ່າງແໜ້ນແຟ້ນ, ກໍ່ສ້າງເຂດປ້ອງກັນບໍລິເວນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ໂດຍ: ແສງເດືອນ