leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມສະໜາມບິນສາກົນເວິນດົ່ນ. ພາບ: qdnd.vn.

ພາຍຫຼັງທີ່ໄປຢ້ຽມຢາມສະໜາມບິນສາກົນເວິນດົ່ນ, ທ່າກໍາປັ່ນວ້ານຮວາ, ທ່ານພົນເອກ ໂງຊວນລິກ ພ້ອມກັບຄະນະປະຕິບັດງານກະຊວງປ້ອງກັນປະເທດໄດ້ມີການເຮັດວຽກກັບການນໍາຫຼັກແຫຼ່ງແຂວງກວາງນີງ. ຕາມບົດລາຍງານຂອງແຂວງກວາງນີງ ແລ້ວ, ປີ 2018, ດ້ວຍຄວາມມານະພະຍາຍາມຈາກທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະປະຊາຊົນ, ເສດຖະກິດ-ສັງຄົມຂອງແຂວງບັນລຸໄດ້ບັນດາໝາກຜົນສໍາຄັນ, ຮອບດ້ານໃນທຸກໆຂົງເຂດ, ປະຕິບັດສໍາເລັດ 11/11 ຄາດໝາຍທີ່ໄດ້ວາງອອກ.  ພິເສດ, ໃນໄລຍະມໍ່ໆມານີ້, ແຂວງກວາງນີງ ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂເພື່ອລະດົມທຸກໆແຫຼ່ງກໍາລັງລົງທຶນພັດທະນາແນໃສ່ປັບປຸງລະບົບໂຄງປະກອບໂຄງລ່າງໂດຍໄວ, ເປັນຕົ້ນແມ່ນໂຄງລ່າງຄົມມະນາຄົມ, ລົງທຶນກໍ່ສ້າງໂຄງລ່າງເຕັກນິກຢ່າງຄົບຊຸດ, ສຸມໃສ່ເຂົ້າໃນບັນດາກິດຈະກໍາສ້າງພື້ນຖານໃຫ້ແກ່ການພັດທະນາຂອງເວິນດົ່ນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການເຮັດວຽກກັບການນໍາແຂວງກວາງນີງ. ພາບ: qdnd.vn.

ເຂດເສດຖະກິດແຄມທະເລເວິນດົ່ນ ໂດຍນາຍົກລັດຖະມົນຕີຕົກລົງສ້າງຕັ້ງໃນຂໍ້ຕົກລົງສະບັບເລກທີ 120/2007/QĐ-TTg ລົງວັນທີ 26 ກໍລະກົດ 2007. ໃນແຜນຜັງສັງລວມພັດທະນາເສດຖະກິດ-ສັງຄົມເຂດເສດຖະກິດເວິນດົ່ນ ຮອດປີ 2030, ວິໄສທັດຮອດປີ 2050 ເຊິ່ງນາຍົກລັດຖະມົນຕີ ໃຫ້ອະນຸມັດຜ່ານໃນຂໍ້ຕົກລົງສະບັບເລກທີ 1865/QĐ-TTg ລົງວັນທີ 27 ທັນວາ 2018, ຕາມນັ້ນແລ້ວກໍານົດເປົ້າໝາຍຮອດປີ 2030 ກໍ່ສ້າງເຂດເສດຖະກິດເວິນດົ່ນ ໃຫ້ກາຍເປັນຕົວເມືອງທະເລໝູ່ເກາະຂຽວ, ທັນສະໄໝ, ສະຫຼາດ; ເປັນໃຈກາງເສດຖະກິດ ແລະວັດທະນະທໍາຂອງພາກພື້ນດ້ວຍຈຸດສຸມພັດທະນາແມ່ນຂະແໜງບໍລິການ ແລະບັນດາຂະແໜງນໍາໃຊ້ວິທະຍາສາດ, ເຕັກໂນໂລຢີກ້າວໜ້າ, ພັດທະນາຂະແໜງອາຊີບໃໝ່, ເຕັກໂນໂລຢີໃໝ່... ; ໃຈກາງເລີ່ມທຸລະກິດ, ຫົວຄິດປະສິດສ້າງ ແລະແລກປ່ຽນການຄ້າສາກົນຂອງພາກພື້ນ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລກປ່ຽນກັບການນໍາແຂວງກວາງນີງ. ພາບ: qdnd.vn.

ສະຫຼຸບການເຮັດວຽກ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ເວິນດົ່ນ ແລະໝູ່ເກາະທິດຕາເວັນອອກສ່ຽງເໜືອບໍ່ພຽງແຕ່ແມ່ນເຂດປ້ອງກັນສໍາຄັນຂອງແຂວງກວາງນີງ ເທົ່ານັ້ນ ຫາກຍັງມີລະດັບຊາດອີກດ້ວຍ. ຍ້ອນເຫດນັ້ນ, ເລື່ອງພັດທະນາເສດຖະກິດ-ສັງຄົມຕ້ອງໄປຄຽງຄູ່ກັບການເພີ່ມທະວີ, ປັບປຸງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທ່ານພົນເອກ ໂງຊວນລິກ ສະເໜີຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຄວນເພີ່ມທະວີການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮົບກໍາລັງປະກອບອາວຸດແຂວງທຸກໆຄົນມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທັດສະນະສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບປັບປຸງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນພ້ອມກັບການພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ເອົາໃຈໃສ່ຊີ້ນໍາ, ນໍາພາສ້າງກໍາລັງປະກອບອາວຸດຢ່າງໝັ້ນຄົງ ເຂັ້ມແຂງ, ຕອບສະໜອງຄວາມຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ໂດຍ: ທະນາພອນ