ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມເພື່ອຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2  ສັງກັດວິທະຍາຄານການແພດ ແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງຫວຽດນາມ ທີ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ໃນທ້າຍປີນີ້. ຕາມບັນດາອົງການທີ່ກ່ຽວຂ້ອງແລ້ວ, ໄລ່ຮອດປະຈຸບັນບັນດາພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ກໍານົດໜ້າທີ່ເປັນຢ່າງດີ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຈັດແຈງວຽກງານໃນຄອບຄົວເປັນຢ່າງດີເພື່ອເຂົ້າຮ່ວມ ແລະພ້ອມແລ້ວທີ່ຈະປະຕິບັດໜ້າທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ. ບັນດາພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ຮັບການບໍາລຸງສ້າງ, ກວດກາ, ຕີລາຄາລະດັບຄວາມຮູ້ດ້ານພາສາອັງກິດ; ຝຶກແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະວິຊາສະເພາະດ້ານການແພດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ສະເໜີໃຫ້ກົມຮັກສາສັນຕິພາບຫວຽດນາມ ແລະວິທະຍາຄານການແພດ ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຮີບເຮັດທຸກວຽກງານກະກຽມໃຫ້ສຳເລັດ, ໃນນັ້ນສຸມໃສ່ເຂົ້າໃນເລື່ອງບູລະນະການສັບຊ້ອນລັດຖະກອນ, ຮັບປະກັນເຄື່ອງມືອຸປະກອນພະລາທິການ-ເຕັກນິກ ເພື່ອໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ຮັບການຜັນຂະຫຍາຍຖືກຕາມແຜນການທີ່ໄດ້ວາງອອກ.

ໂດຍ: ທະນາພອນ