ຊາວໜຸ່ມຫຼາຍໝື່ນຄົນໄດ້ອອກເດີນທາງໄປເປັນທະຫານຢ່າງຫ້າວຫັນເພື່ອປະຕິບັດພັນທະຕໍ່ປະເທດຊາດ. ຍ້ອນມີການກະກຽມຢ່າງຮອບຄອບ, ແໜ້ນແຟ້ນລະຫວ່າງບັນດາຂັ້ນຕອນໃນການຄັດເລືອກທະຫານ, ສະນັ້ນຄຸນນະພາບຊາວໜຸ່ມທີ່ໄດ້ຮັບການຄັດເລືອກໃນປີນີ້ຈຶ່ງມີຄຸນນະພາບສູງ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳຮູບພາບຈໍານວນໜຶ່ງກ່ຽວກັບວຽກງານມອບ-ຮັບທະຫານຢູ່ບັນດາທ້ອງຖິ່ນຕ່າງໆ.

leftcenterrightdel
ທ່ານພົນຕີ ໂດ໋ກັນ ຮອງຫົວໜ້າກົມໃຫຍ່ການເມືອງ ໃຫ້ກຳລັງໃຈແກ່ຊາວໜຸ່ມຢູ່ເທດສະບານແຂວງ ກວ໋າງອຽນ, ແຂວງ ກວ໋າງນີງ ອອກເດີນທາງໄປເປັນທະຫານ. ພາບ: qdnd.vn.
leftcenterrightdel
ຊາວໜຸ່ມທີ່ເຂົ້າເປັນທະຫານຢູ່ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ອອກເດີນທາງໄປຮອດກົມກອງໃໝ່. ພາບ: qdnd.vn.
leftcenterrightdel
ບັນດາທ້ອງຖິ່ນຢູ່ບໍລິເວນທະຫານເຂດ 4 ລ້ວນແຕ່ຈັດຕັ້ງງານບຸນຕັ້ງຄ້າຍເພື່ອໃຫ້ກຳລັງໃຈແກ່ຊາວໜຸ່ມໄປປະຕິບັດທະຫານພັນທະ. ພາບ: qdnd.vn.
leftcenterrightdel
ທ່ານພົນຕີ ເລຮ່ຽນເວິນ ຮອງຫົວໜ້າກົມໃຫຍ່ການເມືອງ ແລະການນໍາແຂວງ ເງະອານ ໃຫ້ກຳລັງໃຈແກ່ຊາວໜຸ່ມຢູ່ນະຄອນ ວີງ, ແຂວງ ເງະອານ ອອກເດີນທາງໄປເປັນທະຫານ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ຮອງຫົວໜ້າກົມໃຫຍ່ເສນາທິການ ພ້ອມກັບບັນດານັກຮົບໃໝ່ຢູ່ເມືອງ ບີ່ງຊວຽນ, ແຂວງ ວີ້ງຝຸກ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ເບຊວນເຈື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກຳລັງໃຈແກ່ຊາວໜຸ່ມທີ່ອອກເດີນທາງໄປເປັນທະຫານຢູ່ນະຄອນ ອຽນບ໊າຍ, ແຂວງ ອຽນບ໊າຍ. ພາບ: qdnd.vn.

ໂດຍ: ຈາງຫງວຽນ