ໃນຂອບເຂດການຢ້ຽມຢາມ, ທ່ານພົນໂທ ຫງວຽນຈິ໋ຫວີ໋ງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ Wei Fenghe, ກໍາມະການຄະນະພັກການທະຫານສູນກາງ, ກໍາມະການລັດຖະບານ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ; ພົບປະເຈລະຈາກັບທ່ານພົນຕີ Shao Yuanming, ຮອງຫົວໜ້າກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດຈີນ; ຢ້ຽມຢາມບໍລິສັດອຸດສາຫະກໍາທິດເໜຶອ ແລະກຸ່ມບໍລິສັດກົນຈັກກິດຈະກຳ Xuzhou.

leftcenterrightdel
ທ່ານພົນໂທ ຫງວຽນຈິ໋ຫວີ໋ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: vov.vn.

ທີ່ການພົບປະ, ການນໍາສອງຝ່າຍລ້ວນແຕ່ຢືນຢັນວ່າ ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງກອງທັບແມ່ນພາກສ່ວນໜຶ່ງທີ່ສໍາຄັນໃນການພົວພັນສອງປະເທດ ແລະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຜັນຂະຫຍາຍການຢ້ຽມຢາມເຊິ່ງກັນ ແລະກັນຂອງການນໍາຂັ້ນສູງກອງທັບສອງປະເທດ, ຍູ້ແຮງການພົບປະແລກປ່ຽນຢູ່ເຂດຊາຍແດນ, ຜັນຂະຫຍາຍການຮ່ວມມືໃນຂົງເຂດເສນາຮັກ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກູ້ຊີບ, ກູ້ໄພ, ອຸດສາຫະກໍາປ້ອງກັນຊາດ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ພິເສດເຫັນດີເປັນເອກະພາບພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວໂຄສະນາຢ່າງກວ້າງຂວາງກ່ຽວກັບປະຫວັດສາດການພົວພັນສາມັກຄີ, ມິດຕະພາບລະຫວ່າງສອງພັກກອມມູນິດ ແລະສອງກອງທັບໂດຍທ່ານປະທານ ໂຮ່ຈີມິນ ແລະທ່ານປະທານ Mao Zedong ສ້າງຂຶ້ນ ແລະເພີ່ມພູນຄູນສ້າງ.

ຝ່າຍຈີນ ຕີລາສູງການຢ້ຽມຢາມຂອງຄະນະ ແລະເຫັນດີເປັນເອກະສັນຕໍ່ຂໍ້ສະເໜີຂອງຝ່າຍຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາເຄື່ອງອຸປະກອນຊອກຫາກູ້ຊີບ, ກູ້ໄພ, ອຸປະກອນຂອງກອງຮ້ອຍທະຫານຊ່າງເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດ. ການຢ້ຽມຢາມ ສປ. ຈີນ ຂອງຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ສໍາເລັດຢ່າງຈົບງາມ, ສ້າງກໍາລັງແຮງໃໝ່ໃຫ້ແກ່ການພົວພັນຮ່ວມມືມິດຕະພາບລະຫວ່າງກອງທັບສອງປະເທດໃນປີ 2019 ແລະຊຸມປີຕໍ່ໆໄປ.

 

ໂດຍ: ເກື່ອງດັ້ງ