leftcenterrightdel
ຜູ້ຕາງໜ້າການນໍາເທດສະບານແຂວງເຊີນໄຕ ມອບດອກໄມ້ໃຫ້ທ່ານພົນເອກ ໂງຊວນລິກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານໄດ້ຮັບຟັງການນໍາເທດສະບານແຂວງເຊີນໄຕ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະໝາກຜົນການເຄື່ອນໄຫວຂອງກໍາລັງປະກອບອາວຸດທ້ອງຖິ່ນ. ສໍາລັບວຽກງານຄັດເລືອກທະຫານ ແລະຮຽກຮ້ອງພົນລະເມືອງເຂົ້າເປັນທະຫານປີ 2019, ຄະນະພັກ, ອຳນາດການປົກຄອງ, ແນວໂຮມ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນທຸກຂັ້ນຂອງເທດສະບານແຂວງເຊີນໄຕ ໄດ້ຊາບຊຶມ, ຜັນຂະຫຍາຍຢ່າງເຄັ່ງຂຶມບັນລຸໝາກຜົນຢ່າງແທ້ຈິງ. ຕາມນັ້ນແລ້ວ, ພົນລະເມືອງຮັບຄຳສັ່ງເຂົ້າເປັນທະຫານ 100% ມີຈິດໃຈພາກພູມໃຈ, ກຽມພ້ອມອອກເດີນທາງ; ຊາວໜຸ່ມສະໝັກເຂົ້າເປັນທະຫານເກືອບ 80%; ມີຄຸນນະພາບດ້ານການເມືອງ, ວັດທະນະທໍາ, ສຸຂະພາບ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫຼຸບການເຮັດວຽກ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະປະຊາຊົນເທດສະບານແຂວງເຊີນໄຕ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປະຕິບັດວຽກງານຄັດເລືອກທະຫານ, ຮຽກຮ້ອງພົນລະເມືອງເຂົ້າເປັນທະຫານໃນຊຸມປີຜ່ານມາ. ທ່ານພົນເອກ ໂງຊວນລິກ ສະເໜີຄະນະພັກ, ອຳນາດການປົກຄອງ ແລະກອງບັນຊາການທະຫານທ້ອງຖິ່ນສືບຕໍ່ກໍາແໜ້ນແນວຄິດຈິດໃຈ, ສຸຂະພາບຂອງພົນລະເມືອງທີ່ກະກຽມເຂົ້າເປັນທະຫານໃນຄັ້ງນີ້, ລະດົມກໍາລັງໃຈຢ່າງທັນການ, ແກ້ໄຂບັນດາສະພາວະການທີ່ເກີດຂຶ້ນຈາກຮາກຖານເປັນຢ່າງດີ; ພ້ອມທັງ, ສືບຕໍ່ເຮັດວຽກງານໂຄສະນາ, ສຶກສາ, ລົງທະບຽນ, ຄຸ້ມຄອງແຫຼ່ງຊັບພະຍາກອນມະນຸດເພື່ອກະກຽມໃຫ້ການຄັດເລືອກທະຫານໃນຊຸມປີໜ້າໃຫ້ບັນລຸໝາກຜົນດີກວ່າ.

ໂດຍ: ເຈິ່ນຮວ່ຽນ