leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: ຕ໊ຽນດາດ.

ທ່ານພົນເອກ ໂງຊວນລິກ ກໍານົດວ່າ, ປີ 2019 ແລະຊຸມປີຕໍ່ໄປ, ບັນດາອິດທິກໍາລັງທີ່ເປັນປໍລະປັກຈະເພີ່ມທະວີບັນດາການເຄື່ອນໄຫວມ້າງເພທໍາລາຍໃນຫຼາຍຂົງເຂດ, ໃນນັ້ນພວກມັນກໍານົດເອົາກອງທັບແມ່ນຈຸດສຸມ. ສະນັ້ນ, ກອງທັບຕ້ອງແມ່ນກໍາລັງຫຼັກແຫຼ່ງ, ນໍາໜ້າໃນການຕໍ່ສູ້ຕ້ານທີ່ຍາວນານ ແລະສັບສົນນີ້. ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ຄະນະຊີ້ນໍາ ແລະອົງການປະຈໍາການຄະນະຊີ້ນໍາຂອງຄະນະພັກການທະຫານສູນກາງກ່ຽວກັບວຽກງານໂຄສະນາຕ້ອງການຕິດຕາມກວດກາ, ກໍາແໜ້ນບັນດາກົນອຸບາຍ, ເລ່ລ່ຽມຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ກຳແໜ້ນໜ້າທີ່ຕົ້ນຕໍຂອງກອງທັບ, ຊີ້ນໍາ, ປະຕິບັດວຽກງານໂຄສະນາໃຫ້ສຳເລັດເປັນຢ່າງດີ. ຄະນະພັກ, ຜູ້ບັນຊາການບັນດາກົມກອງ, ອົງການສື່ມວນຊົນ ຄວນສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ສື່ຂ່າວໂຄສະນາໜ້າທີ່ການທະຫານ, ການປ້ອງກັນຊາດເວົ້າລວມ, ເຮັດໃຫ້ຍຸດທະສາດ “ການຫັນປ່ຽນໂດຍສັນຕິ" ຂອງບັນດາອິດທິກໍາລັງທີ່ເປັນປໍລະປັກເວົ້າສະເພາະ ຖືກປະລາໄຊຢ່າງທັນການ, ມີປະສິດທິຜົນ, ປະກອບສ່ວນກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ, ຍົກສູງກໍາລັງແຮງຕໍ່ສູ້ຢ່າງບໍ່ຢຸດຢັ້ງ, ຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທູຈາງ