ຕາມນັ້ນແລ້ວ, ທ່ານພັນໂທ ຫງວຽນກິມຕີ໊ງ, ພະນັກງານກົມຮັກສາສັນຕິພາບຫວຽດນາມ ຖືກສົ່ງໄປປະຕິບັດໜ້າທີ່ນາຍທະຫານເສນາທິການຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ (UNMISS) ແທນທ່ານນາງພັນຕີ ໂດ໊ທິຮັ່ງງາ - ເຊິ່ງແມ່ນຜູ້ທີ່ຫາກໍ່ສິ້ນສຸດອາຍຸການກັບເມືອປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ມອບຂໍ້ຕົກລົງໃຫ້ທ່ານພັນໂທ ຫງວຽນກິມຕີ໊ງ ໄປປະຕິບັດໜ້າທີ່ຢູ່ UNMISS. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນຈິວີ້ງ ຢັ້ງຢືນວ່າ, ທ່ານມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ຜົນງານເຊິ່ງບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ບັນລຸໄດ້ເມື່ອເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈິວີ້ງ ສະເໜີທ່ານພັນໂທ ຫງວຽນກິມຕີ໊ງ ມານະພະຍາຍາມເສີມຂະຫຍາຍຜົນງານຂອງບັນດາເພື່ອນຮ່ວມກົມ​ກອງລຸ້ນກ່ອນໃຫ້ຫຼາຍກວ່າອີກ ເພື່ອສໍາເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ຖ່າຍຮູບກັບທ່ານພັນໂທ ຫງວຽນກິມຕີ໊ງ, ທ່ານນາງພັນຕີ ໂດ໊ທິຮັ່ງງາ ແລະຫົວໜ້າກົມຮັກສາສັນຕິພາບຫວຽດນາມ. ພາບ: ຮວ່າງຫວູ.

ເນື່ອງໃນໂອກາດນີ້, ກົມຮັກສາສັນຕິພາບຫວຽດນາມ ກໍ່ລາຍງານໃຫ້ທ່ານພົນໂທ ຫງວຽນຈິວີ້ງ ຮັບຊາບກ່ຽວກັບໝາກຜົນການປະຕິບັດໜ້າທີ່ຂອງທ່ານນາງພັນຕີ ໂດ໊ທິຮັ່ງງາ ພາຍຫຼັງສິ້ນສຸດອາຍຸການປະຕິບັດງານຢູ່ UNMISS. ຕາມນັ້ນແລ້ວ, ທ່ານນາງພັນຕີ ໂດ໊ທິຮັ່ງງາ ໄດ້ຮັບການຕີລາຄາຈາກສະຫະປະຊາຊາດ ວ່າໄດ້ປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ.

ໂດຍ: ທະນາພອນ