ພາຍຫຼັງຢ້ຽມຢາມຖາມຂ່າວ ແລະອວຍພອນສຸຂະພາບທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່, ທ່ານພົນເອກ ໂງຊວນລິກ ໄດ້ລາຍງານຕໍ່່ທ່ານ ເລຂາຟຽວ ຮັບຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນໃນວຽກງານການທະຫານ, ການປ້ອງກັນຊາດປີ 2018 ແລະການກຳນົດທິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດປີ 2019.

leftcenterrightdel
ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແລະທ່ານພົນເອກ ໂງຊວນລິກ. ພາບ: ຈູແອງ.

ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງກອງທັບບັນລຸໄດ້ໃນປີຜ່ານມາ, ທ່ານ ເລຂາຟຽວ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍານໍາພາຂອງພັກໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຊີ້ນໍາໂດຍກົງ ແລະເປັນປະຈໍາ, ກອງທັບເຮົາຈະນັບມື້ນັບກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວ, ປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ໄດ້ອວຍພອນທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຈົ່ງມີສຸຂະພາບແຂງແຮງ, ອາຍຸຍືນ, ພ້ອມກັບຄອບຄົວຕ້ອນຮັບປີໃໝ່ປີກຸນ 2019 ຢ່າງເບີກບານມ່ວນຊື່ນ, ສືບຕໍ່ສະຫງວນເວລາເອົາໃຈໃສ່, ຕິດຕາມການພັດທະນາ, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເພື່ອໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບຍາມໃດກໍ່ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ເຈິ່ນຮວ່ຽນ