ພາຍຫຼັງຢ້ຽມຢາມຖາມຂ່າວ ແລະອວຍພອນສຸຂະພາບສອງສະຫາຍແລ້ວ, ທ່ານພົນເອກ ໂງຊວນລິກ ໄດ້ລາຍງານໝາກຜົນທີ່ພົ້ນເດັ່ນໃນວຽກງານການທະຫານ, ການປ້ອງກັນຊາດປີ 2018 ແລະການກຳນົດທິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດປີ 2019.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມ, ອວຍພອນປີໃໝ່ທ່ານພົນເອກ ຟ້າມວັນຈ່າ. ພາບ: ຈູແອງ.

ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: ພະນັກງານ, ນັກຮົບທົ່ວກອງທັບຈະສືບຕໍ່ຮໍ່າຮຽນ, ສູ້ຊົນ,  ເປັນແບບຢ່າງປະຕິບັດຕາມບັນພະບຸລຸດ; ສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອ “ທະຫານລຸງໂຮ່”, ສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມ, ອວຍພອນປີໃໝ່ທ່ານພົນເອກ ຝຸ່ງກວາງແທງ. ພາບ: ຈູແອງ.

ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງກອງທັບບັນລຸໄດ້ໃນປີຜ່ານມາ, ທ່ານພົນເອກ ຟ້າມວັນຈ່າ ແລະທ່ານພົນເອກ ຝຸ່ງກວາງແທງ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍາໆພາຂອງພັກໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຊີ້ນໍາເປັນປະຈໍາ ແລະໂດຍກົງ, ກອງທັບເຮົາຈະນັບມື້ນັບກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວ, ປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້ເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຕາງໜ້າຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ໄດ້ສົ່ງຄໍາອວຍພອນທ່ານພົນເອກ ຟ້າມວັນຈ່າ ແລະທ່ານພົນເອກ ຝຸ່ງກວາງແທງ ຈົ່ງມີສຸຂະພາບແຂງແຮງ, ອາຍຸຍືນ, ພ້ອມກັບຄອບຄົວຕ້ອນຮັບປີໃໝ່ປີກຸນ 2019 ຢ່າງເບີກບານມ່ວນຊື່ນ, ສືບຕໍ່ສະຫງວນເວລາເອົາໃຈໃສ່, ຕິດຕາມ, ຊ່ວຍເຫຼືອເພື່ອໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບປະຕິບັດສໍາເລັດທຸກໜ້າທີ່ໄດ້ຮັບການມອບໝາຍຢູ່ສະເໝີ.

ໂດຍ: ໄຊຊະນະ