ໃນປີ 2018, ວຽກງານສົມທົບກັນລະຫວ່າງຄະນະຄຸ້ມຄອງດ່ານສາກົນເບີອີ  ແລະຄະນະຄຸ້ມຄອງດ່ານສາກົນພູເກືອ ໄດ້ຮັບຄວາມເອົາໃຈໃສ່, ກໍ່ສ້າງຈາກການນໍາສອງຝ່າຍ ແລະບັນລຸໄດ້ບັນດາໝາກຜົນຢ່າງແທດຈິງ. ສອງຝ່າຍໄດ້ສົມທົບກັນໃນວຽກງານເປັນປະຈໍາ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ພາຫະນະ, ສິນຄ້າເຂົ້າອອກເມືອງ...

ຄຽງຂ້າງນັ້ນ, ວຽກງານສົມທົບກັນລະຫວ່າງສອງດ່ານຊາຍແດນຍັງມີບາງຂໍ້ຈໍາກັດ ຄື: ການແລກປ່ຽນສິນຄ້າຂອງປະຊາຊົນຢູ່ເຂດຊາຍແດນຍັງໜ້ອຍ, ວຽກງານຕ້ານ ແລະສະກັດກັ້ນການຄ້າເຖື່ອນຜ່ານຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ; ການທ່ອງທ່ຽວຢູ່ເຂດດ່ານສາກົນເບີອີ-ພູເກືອ ຍັງບໍ່ທັນຟົດຟື້ນ...

leftcenterrightdel
ກອງປະຊຸມຕີລາຄາວຽກງານສົມທົບກັນປີ 2018 ລະຫວ່າງສອງດ່ານສາກົນເບີອີ-ພູເກືອ. ພາບ: baodautu.vn.

ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບບາງໜ້າທີ່ຈຸດສຸມໃນປີ 2019 ລວມມີ: ຮັກສາເວລາເຮັດວຽກ ແລະແກ້ໄຂລະບຽບການຂາເຂົ້າຂາອອກສິນຄ້າ ນັບທັງວັນບຸນ ແລະວັນພັກທ້າຍອາທິດ, ສ້າງທຸກເງື່ອນໄຂສະດວກໃຫ້ປະຊາຊົນຢູ່ເຂດຊາຍແດນຂອງສອງຝ່າຍໄປມາຫາສູ່ກັນ, ແລກປ່ຽນສິນຄ້າ, ສົ່ງເສີມບັນດາວິສາຫະກິດຂອງສອງຝ່າຍຄົ້ນຄວ້າ, ຊອກຫາກາລະໂອກາດ ແລະລົງທຶນເຂົ້າບັນດາຂົງເຂດການຄ້າ, ການທ່ອງທ່ຽວ; ໜູນຊ່ວຍບັນດາວິສາຫະກິດພາຍໃນ ແລະຕ່າງປະເທດເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງຂອງແຕ່ລະປະເທດ.

ໂດຍ: ທູຈາງ