leftcenterrightdel
ສູນສຸກເສີນ 115 ຕັ້ງຢູ່ໂຮງໝໍກອງທັບ 175 ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ພາບ: ຮຸ່ງຄວາ.

ດ້ວຍລະບົບລົດສຸກເສີນບັນລຸມາດຕະຖານ, ເຄື່ອງອຸປະກອນການແພດໃຊ້ງານສະເພາະ. ຖັນແຖວພະຍາບານຂອງໂຮງໝໍ ໄດ້ຮັບການປະກອບຄວາມຮູ້ ແລະທັກສະທີ່ເປັນມືອາຊີບ ເຊິ່ງຊ່ວຍແກ້ໄຂທຸກກໍລະນີສຸກເສີນຢູ່ນອກໂຮງໝໍຢ່າງມີປະສິດທິຜົນທີ່ສຸດ. ເລື່ອງສະເໜີຕົວສູນສຸກເສີນ 115 ຢູ່ໂຮງໝໍກອງທັບ 175 ມີຄວາມໝາຍສໍາຄັນທີ່ສຸດໃນວຽກງານສົ່ງເສີມສຸຂະພາບໃຫ້ປະຊາຊົນໃນບໍລິເວນນະຄອນ, ປະກອບສ່ວນແບ່ງປັນຄວາມກົດດັນໃນການປະຖົມພະຍາບານ, ປົ່ນປົວພະຍາດທີ່ນັບມື້ນັບສູງຂອງນະຄອນ. ປັດຈຸບັນ, ໃນບໍລິເວນນະຄອນໂຮ່ຈີມິນ ໄດ້ມີສູນສຸກເສີນເກືອບ 30 ແຫ່ງ.

ໂດຍ: ທູຈາງ