leftcenterrightdel
ທ່ານພົນຕີ ຮ່ວາງຊວນຈ໊ຽນ, ຜູ້ບັນຊາການກອງບັນຊາການທະຫານຊາຍແດນ ເປັນປະທານກອງປະຊຸມ. ພາບ: ດີ່ງຊວນ.

ປີ 2018,  ຄະນະພັກ, ກອງບັນຊາການທະຫານຊາຍແດນ ໄດ້ສຸມໃສ່ຊີ້ນໍາ, ນໍາພາ, ຍົກສູງຄຸນນະພາບການກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ, ກໍ່ສ້າງອົງຄະນະພັກໃຫ້ປອດໃສເຂັ້ມແຂງ; ປະຕິບັດວຽກງານສຶກສາດ້ານການເມືອງ, ແນວຄິດ, ໜ້າທີ່ຝຶກແອບການສູ້ຮົບ, ບໍາລຸງສ້າງຍົກສູງວິຊາການປ້ອງກັນຊາຍແດນໃຫ້ພະນັກງານ, ນັກຮົບ; ໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຢີ ແລະບຸກທະລຸໃນການປະຕິຮູບການບໍລິຫານ, ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປ້ອງກັນຊາຍແດນ. ທະຫານຊາຍແດນ ໄດ້ສົມທົບກັບບັນດາກໍາລັງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຜັນຂະຫຍາຍບັນດາຂະບວນການ, ການຂົນຂວາຍ, ໂຄງການ, ເຂົ້າຮ່ວມກໍ່ສ້າງເຂດຊາຍແດນໃຫ້ເຂັ້ມແຂງ; ເພີ່ມທະວີການເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານ, ປະຊາຊົນຢູ່ເຂດຊາຍແດນ, ທະເລໝູ່ເກາະ...

leftcenterrightdel
ຜູ້ແທນຢ້ຽມຊົມຜະລິດຕະພັນວິທະຍາສາດ-ເຕັກໂນໂລຢີດີເດັ່ນຂອງທະຫານຊາຍແດນ. ພາບ: ດີ່ງຊວນ.

ປີ 2019, ທະຫານຊາຍແດນສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງພັກ, ຄະນະພັກການທະຫານສູນກາງ, ການຊີ້ນໍາຂອງລັດ, ກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ. ທ່ົວກໍາລັງກໍາແໜ້ນສະພາບການ, ຄາດຄະເນ, ເປັນເສນາທິການໃຫ້ຂັ້ນເທິງຢ່າງມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ຍົກສູງລະດັບຄວາມຮູ້ກຽມພ້ອມສູ້ຮົບ ແລະທາງດ້ານວິຊາການວິຊາສະເພາະ; ປະຕິບັດວຽກງານເຜີຍແຜ່, ສຶກສາອົບຮົມກ່ຽວກັບກົດໝາຍເປັນຢ່າງດີ; ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຊາຍແດນ, ທະເລໝູ່ເກາະ.

ໂດຍ: ທູຈາງ