ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມ ແລະຊີ້ນຳກອງປະຊຸມ; ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢູ່ສຳນັກງານກະຊວງປ້ອງກັນປະເທດ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຈ້ອງຫາຍ.

ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລາຍງານສະຫຼຸບໜ້າທີ່ປີ 2018. ຕາມນັ້ນແລ້ວ, ປີ 2018, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຊີ້ນຳ, ນຳພາທົ່ວກອງທັບປະຕິບັດບົດບາດເປັນຫຼັກແຫຼ່ງກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລາຍງານໝາກຜົນການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດ ປີ 2018 ທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ພ້ອມທັງກໍ່ສ້າງອົງຄະນະພັກກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ, ຮັບປະກັນການນຳພາຢ່າງເດັດຂາດ, ໂດຍກົງທຸກດ້ານຂອງພັກຕໍ່ກັບກອງທັບ; ທົ່ວກອງທັບສາມັກຄີ, ເປັນເອກະພາບ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮັກສາຄວາມໄວ້ເນື້ອເຊື່ອໃຈ ແລະອິດທິພົນຊື່ສຽງກັບປະຊາຊົນ; ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກ, ກຽມພ້ອມຮັບ ແລະສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້້ເປັນຢ່າງດີ; ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ເປັນເຈົ້າການຜັນຂະຫຍາຍການປະຕິບັດຂໍ້ສະຫຼຸບເລກທີ 16 ແລະມະຕິເລກທີ 15 ຂອງກົມການເມືອງກ່ຽວກັບການຈັດຕັ້ງກຳລັງ ແລະຮັບປະກັນອາວຸດຍຸດທະພັນ ແລະເຕັກນິກ; ຊີ້ນຳການຜັນຂະຫຍາຍວຽກງານຮັບປະກັນພະລາທິການຮອບດ້ານ, ເພີ່ມທະວີການຄຸ້ມຄອງດ້ານການເງິນ, ແຜນການລົງທຶນ ແລະເສດຖະກິດດ້ານປ້ອງກັນຊາດ; ຊີ້ນຳ, ຜັນຂະຫຍາຍການປະຕິບັດມະຕິເລກທີ 06 ຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດເຖິງປີ 2020 ແລະຊຸມປີຕໍ່ໄປຢ່າງມີປະສິດທິຜົນ. ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການຕ່າງປະເທດດ້ານປ້ອງກັນຊາດໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນແທດຈິງ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອກໍ່ສ້າງ ແລະພັດທະນາປະເທດຊາດ...

leftcenterrightdel
 
leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມບັນດາຜູ້ແທນໄດ້ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະຍົກອອກບັນດາຂໍ້ຈຳກັດທີ່ຕ້ອງແກ້ໄຂ, ພ້ອມທັງດຳເນີນການປຶກສາຫາລືກ່ຽວກັບແຜນນະໂຍບາຍ, ມາດຕະການປະຕິບັດໜ້າທີ່ຈຸດສຸມໃນປີ 2019...

ໂດຍ: ສົມເພັດ