ກອງປະຊຸມຄັ້ງນ້ີໄດ້ຕີລາຄາ, ປະຕິບັດລາຍການສົມທົບກັນເຄື່ອນໄຫວລະຫວ່າງກອງທັບປະຊາຊົນຫວຽດນາມ ແລະສະຫະພັນນັກຮົບເກົ່າຫວຽດນາມ ນັບແຕ່ປີ 2017 ມາຮອດປະຈຸບັນ, ກ່າວຄຳເຫັນສະຫຼຸບກອງປະຊຸມ, ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ຂອບໃຈສູນກາງສະຫະພັນນັກຮົບເກົ່າຫວຽດນາມ ໄດ້ສົມທົບກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ປະຕິບັດບັນດາເນື້ອໃນຂອງລາຍການສົມທົບກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະສະຫະພັນນັກຮົບເກົ່າຫວຽດນາມ ເປັນຢ່າງດີ. ໝາກຜົນຂອງລາຍການສົມທົບກັນໄດ້ປະກອບສ່ວນກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງໃນທຸກດ້ານ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ. ການປະຕິບັດລາຍການສົມທົບກັນໄດ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເຂົ້າໃນພາລະກິດການປະຕິວັດຂອງພັກ, ລັດ ແລະທົ່ວປວງຊົນທັງຊາດ.

leftcenterrightdel
ການນຳກະຊວງປ້ອງກັນປະເທດ, ສະຫະພັນນັກຮົບເກົ່າຫວຽດນາມ ແລກປ່ຽນກັບບັນດາຜູ້ແທນ. ພາບ: ແມ່ກວາງຖັ໋ງ.

ທ່ານພົນເອກ ໂງຊວນລິກ ສະເໜີວ່າ, ໃນໄລຍະຈະມາເຖິງກົມໃຫຍ່ການເມືອງ, ກົມໃຫຍ່ເສນາທິການ, ບັນດາອົງການ, ກົມກອງພາຍໃນກອງທັບ ແລະສະຫະພັນນັກຮົບເກົ່າຂັ້ນຕ່າງໆ ຈົ່ງສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດລາຍການສົມທົບກັນຕິດພັນກັບການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ. ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ: ດ້ວຍອາລົມຈິດ ແລະຄວາມຮັບຜິດຊອບຂອງຕົນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຍາມໃດກໍ່ສະໜັບສະໜູນສະຫະພັນນັກຮົບເກົ່າຫວຽດນາມທາງດ້ານກຳລັງ ແລະຄ່າໃຊ້ຈ່າຍເພື່ອຈັດຕັ້ງບັນດາການເຄື່ອນໄຫວໃນໄລຍະຈະມາເຖິງຕາມຄວາມສາມາດຂອງຕົນ.

ໂດຍ: ສົມເພັດ