leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຝູເຊີນ.

ກອງຮ້ອຍຂັບລົດເພດຍິງຢູ່ເຈື່ອງເຊີນ, ມີຕົ້ນກຳເນີດແມ່ນໝວດທະຫານຂັບລົດເອກະລາດເພດຍິງທີ່ມີຊື່ວ່າວິລະຊົນກໍາລັງປະກອບອາວຸດປະຊາຊົນຫງວຽນທິແຮ້ງ ໄດ້ສ້າງຕັ້ງໃນວັນທີ 18 ທັນວາ 1968, ແມ່ນໝວດທະຫານເພດຍິງໜຶ່ງດຽວໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ຂອງປະເທດຊາດ; ກອງຮ້ອຍຂັບລົດເພດຍິງກໍ່ແມ່ນກອງຮ້ອຍເພດຍິງທີ່ຝຶກແອບ, ບໍາລຸງຮຽນຂັບລົດໜຶ່ງດຽວຂອງກອງທັບ. ປີ 2014, ກອງຮ້ອຍຂັບລົດເພດຍິງຢູ່ເຈື່ອງເຊີນ ໄດ້ຮັບນາມມະຍົດກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນ ແລະເອື້ອຍ ຟຸ່ງທິວຽນ (ຫົວໜ້າກອງຮ້ອຍ) ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນຈາກພັກ, ລັດ.

leftcenterrightdel
ຜູ້ຕາງໜ້ານັກຮົບເກົ່າຂັບລົດເພດຍິງຢູ່ເຈື່ອງເຊີນ ມອບປຶ້ມໃຫ້ທ່ານພົນເອກ ໂງຊວນລິກ. ພາບ: ຝູເຊີນ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ຖ່າຍຮູບກັບຜູ້ແທນຂັບລົດເພດຍິງຢູ່ເຈື່ອງເຊີນ. ພາບ: ຝູເຊີນ.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນເອກ ໂງຊວນລິກ ຊົມເຊີຍ ແລະຮັບຮູ້ຄວາມມານະພະຍາຍາມສູ້ຊົນ, ການປະກອບສ່ວນຂອງພວກເອື້ອຍໃນການຕໍ່ສູ້ ກໍ່ຄືການດຳລົງຊີວິດໃນປະຈຸບັນ. ທ່ານພົນເອກ ໂງຊວນລິກ ຖືວ່າ, ເຖິງວ່າຢູ່ໃນສະພາບການໃດ, ປະສົບກັບຄວາມຫຍຸ້ງຍາກແນວໃດກໍ່ຕາມ, ພວກເອື້ອຍຍາມໃດກໍ່ຮັກສາ ແລະເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່ ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມການອອກແຮງທໍາການຜະລິດ, ກໍ່ສ້າງຄອບຄົວ, ທ້ອງຖິ່ນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ພະນັກງານສະມາຊິກສະມາຄົມກອງຮ້ອຍຂັບລົດເພດຍິງຢູ່ເຈື່ອງເຊີນ ຈະສືບຕໍ່ເປັນແບບຢ່າງ, ລະດົມກໍາລັງໃຈໃຫ້ລູກຫຼານປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ ແລະແມ່ນບັນດາປັດໄຈຕັ້ງໜ້າເຂົ້າຮ່ວມການສຶກສາ, ບໍາລຸງອຸດົມການມູນເຊື້ອປະຕິວັດໃຫ້ຄົນຮຸ່ນໜຸ່ມ...

ໂດຍ: ບົວພອນ