ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຈະປ່ຽນແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໃນປີຕໍ່ໜ້າ. ປະຈຸບັນວຽກງານຝຶກອົບຮົມກ່ອນທີ່ຜັນຂະຫຍາຍໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ, ບໍ່ພຽງແຕ່ດ້ານຄວາມຮູ້ກ່ຽວກັບການຮັກສາສັນຕິພາບເທົ່ານັ້ນ ຫາກຍັງທັງດ້ານວິຊາສະເພາະທາງການແພດອີກດ້ວຍ.

leftcenterrightdel
ການນໍາກົມຮັກສາສັນຕິພາບຫວຽດນາມ, ຜູ້ຕາງໜ້າອົງການກາແດງສາກົນ ແລະພະນັກງານໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຖ່າຍຮູບເປັນທີ່ລະນຶກ. ພາບ: ມິແຮ້ງ.

ຊຸດຝຶກອົບຮົມໄດ້ດໍາເນີນໃນລະຫວ່າງວັນທີ 26-28 ພະຈິກ, ໂດຍບັນດາຄູອາຈານທີ່ມີປະສົບການຫຼາຍຢ່າງຂອງຄະນະກໍາມະການກາແດງສາກົນສິດສອນ. ຊຸດຝຶກອົບຮົມເພື່ອແນໃສ່ປະກອບຄວາມຮູ້ພື້ນຖານກ່ຽວກັບການແບ່ງປະເພດ, ຜ່າຕັດ, ປິ່ນປົວໃຫ້ຄົນເຈັບເປັນບາດເຈັບຍ້ອນການປະທະກັນ, ຄື: ບາດເຈັບໂດຍລູກລະເບີດ, ໝາກມິນ, ວັດຖຸລະເບີດ... ພ້ອມກັນນັ້ນ, ຊຸດຝຶກອົບຮົມຈະປະກອບໃຫ້ນັກສໍາມະນາກອນດ້ານເຕັກນິກ ແລະບົດຮຽນຕົວຈິງກ່ຽວກັບການຜ່າຕັດຢູ່ກາງສະໜາມໃນເງື່ອນໄຂທີ່ຈໍາກັດກ່ຽວກັບດ້ານແຫຼ່ງກໍາລັງ, ອຸປະກອນການແພດ, ຕ້ອງປະເຊີນໜ້າກັບບັນດາຄວາມສ່ຽງດ້ານຄວາມໝັ້ນຄົງຍ້ອນການປະທະກັນ, ໃກ້ຊິດຕິດແທດກັບສະພາບຕົວຈິງຂອງການເຄື່ອນໄຫວຢູ່ຄະນະປະຕິບັດງານຮັກສາສັນຕິພາບສາຫະປະຊາຊາດ.

ໂດຍ: ທະນາພອນ