ທ່ານພົນໂທ ຫງວຽນຈິວີ້ງ ຕີລາຄາສູງຕໍ່ການໜູນຊ່ວຍຂອງສະຫະປະຊາຊາດ ເວົ້າລວມ ກໍ່ຄື UNDP ເວົ້າສະເພາະ ທີ່ສະຫງວນໃຫ້ຫວຽດນາມໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນໄລຍະຜ່ານມາ. ທ່ານພົນໂທ ຫງວຽນຈິວີ້ງ ຊີ້ແຈ້ງວ່າ ຫວຽດນາມກຳນົດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແມ່ນແຜນນະໂຍບາຍອັນຍາວນານ, ພ້ອມທັງສະແດງຄວາມປາດຖະໜາວ່າ ສະຫະປະຊາຊາດຈະສືບຕໍ່ໜູນຊ່ວຍຫວຽດນາມໃນການສ້າງຍຸດທະສາດໄລຍະຍາວເພື່ອຍົກສູງກຳລັງຄວາມສາມາດຂອງກຳລັງຮັກສາສັນຕິພາບ.

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ຕ້ອນຮັບທ່ານ Kamal Malhotra. ພາບ: qdnd.vn.

ສ່ວນທ່ານ Kamal Malhotra ອວຍພອນຫວຽດນາມ ໄດ້ຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 1 ເຖິງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ ປະສົບຜົນສຳເລັດ ແລະຖືວ່ານີ້ແມ່ນຂີດໝາຍໃນວິວັດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ. ທ່ານ Kamal Malhotra ຕີລາຄາວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະຫວຽດນາມ ໃນຂົງເຂດຮັກສາສັນຕິພາບ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ ແລະຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງສະຫະປະຊາຊາດ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນ 2 ຂົງເຂດດັ່ງກ່າວ.

ໂດຍ: ທູຮັ່ງ