ນີ້ແມ່ນໜຶ່ງໃນບັນດາງານວາງສະແດງສະເພາະຂະແໜງອຸດສາຫະກຳປ້ອງກັນຊາດໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໂດຍ ອິນໂດເນເຊຍ ຈັດຕັ້ງຕາມກຳນົດເວລາ 2 ປີ/ເທື່ອ. ຄະນະຫວຽດນາມ ໂດຍທ່ານພົນໂທ ເບຊວນເຈື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າຄະນະເຂົ້າຮ່ວມເຫດການ.

leftcenterrightdel
ຮ້ານວາງສະແດງຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

Indo Defence 2018 ແມ່ນເວທີປາໄສທາງການທູດປ້ອງກັນຊາດ ເພື່ອແນໃສ່ເຊື່ອມຕໍ່ ແລະເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດຢູ່ໃນໂລກ ເພື່ອຄາດໝາຍສັນຕິພາບ. ຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມ Indo Defence 2018, ຂະແໜງອຸດສາຫະກຳປ້ອງກັນຊາດຫວຽດນາມ ກໍ່ໄດ້ເປີດຕົວບັນດາຜະລິດຕະພັນອາວຸດຍຸດທະພັນເຕັກນິກມີຍີ່ຫໍ້ “Made in Vietnam” ຄັ້ງທຳອິດ ເພື່ອແນໃສ່ປະຕິບັດແຜນນະໂຍບາຍພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະເຊື່ອມໂຍງເຂົ້າກັບສາກົນກ່ຽວກັບອຸດສາຫະກຳປ້ອງກັນຊາດກັບບັນດາຄູ່ຮ່ວມມືຢູ່ໃນໂລກ ແລະບັນດາປະເທດອາຊຽນ. ທີ່ເຫດການນີ້, ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວເພື່ອແນໃສ່ສົ່ງເສີມການຄ້າ, ໂຄສະນາເຜີຍແຜ່, ແນະນຳຮູບພາບ, ກຳລັງຄວາມສາມາດຂອງອຸດສາຫະກຳປ້ອງກັນຊາດ ແລະກອງທັບປະຊາຊົນຫວຽດນາມ; ຊອກຫາບັນດາກາລະໂອກາດຮ່ວມມືໃນຂົງເຂດຫັນປ່ຽນເຕັກໂນໂລຢີ, ຮ່ວມທຸລະກິດຮ່ວມສຳພັນ, ສົ່ງອອກບັນດາຜະລິດຕະພັນການທະຫານ.

leftcenterrightdel
ແຂກຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ເບຊວນເຈື່ອງ ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ບັນດາປະເທດຮູ້ຈັກເຖິງຫວຽດນາມ ພຽງແຕ່ຜ່ານສົງຄາມເທົ່ານັ້ນ, ສ່ວນຂົງເຂດອຸດສາຫະກຳປ້ອງກັນຊາດນັ້ນເບິ່ງຄືວ່າຍັງບໍ່ທັນຮູ້ຈັກເຖິງ, ສະນັ້ນ, ນີ້ແມ່ນໂອກາດອັນດີເພື່ອໃຫ້ພວກຂ້າພະເຈົ້າໂຄສະນາເຜີຍແຜ່ເຄື່ອງໝາຍການຄ້າຜະລິດຕະພັນຂອງອຸດສາຫະກຳປ້ອງກັນຊາດຫວຽດນາມ ເຖິງບັນດາປະເທດໃນພາກພື້ນ ແລະສາກົນ. 

ໂດຍ: ທູຮັ່ງ