leftcenterrightdel
ບັນຍາກາດທີ່ຊຸດຝຶກອົບຮົມ. ພາບ: ວັນເກື່ອງ.

ດ້ວຍການໜູນຊ່ວຍຂອງບັນດານັກຊ່ຽວຊານຄະນະກໍາມະການກາແດງສາກົນ (ICRC) ຢູ່ຮ່າໂນ້ຍ, ຊຸດຝຶກອົບຮົມໄດ້ຈັດຕັ້ງເປັນເວລາສອງວັນ (ວັນທີ 25 - 26 ຕຸລາ) ເພື່ອແນໃສ່ເພີ່ມຄວາມຮູ້ໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ແລະພາກສ່ວນທີ່ກ່ຽວຂ້ອງກ່ຽວກັບຄວາມຮູ້ ແລະທັກສະທີ່ຈໍາເປັນກ່ຽວກັບການເຄື່ອນໄຫວມະນຸດສະທໍາ, ກົດໝາຍສາກົນທີ່ນຳໃຊ້ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ. ບັນດານັກສໍາມະນາກອນໄດ້ປະກອບບັນດາເນື້ອໃນ, ຄື: ພື້ນຖານນິຕິກໍາ ແລະການເຄື່ອນໄຫວນໍາໃຊ້ກໍາລັງອາວຸດ... ຜ່ານຊຸດຝຶກອົບຮົມ, ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຈະໄດ້ຍົກສູງຄວາມຮູ້ກ່ຽວກັບການເຄື່ອນໄຫວຢູ່ຄະນະປະຕິບັດງານ, ເຄື່ອນໄຫວຢ່າງມີປະສິດທິຜົນເໝາະສົມກັບກົດໝາຍສາກົນ, ກ່ອນທີ່ຈະປ່ຽນແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 1. ຄຽງຂ້າງນັ້ນ, ຊຸດຝຶກອົບຮົມຍັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ICRC ອີກດ້ວຍ.

ໂດຍ: ທະນາພອນ