ທີ່ການໂອ້ລົມສົນທະນານາຍທະຫານໜຸ່ມທະຫານເຮືອຫວຽດນາມ ແລະບຣູໄນ ໄດ້ດໍາເນີນໃນບັນຍາກາດທີ່ຈິງໃຈ, ເປີກອົກເປີດໃຈ. ຜູ້ຕາງໜ້ານາຍທະຫານໜຸ່ມສອງຝ່າຍໄດ້ແນະນໍາກ່ຽວກັບປະຫວັດສາດ, ມູນເຊື້ອ, ການພັດທະນາຂອງກໍາລັງທະຫານເຮືອສອງປະເທດ. ບັນດານາຍທະຫານໜຸ່ມທະຫານເຮືອຫວຽດນາມ ແລະທະຫານເຮືອບຣູໄນ ໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ຄວາມຮູ້ດ້ານວິຊາສະເພາະໃນຂົງເຂດທະຫານເຮືອ, ຄື: ການຝຶກແອບ, ການບໍາລຸງສ້າງ...

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ວັນຈູງ.
leftcenterrightdel
ນາຍທະຫານໜຸ່ມທະຫານເຮືອຫວຽດນາມ ແລະທະຫານເຮືອບຣູໄນ ຖ່າຍຮູບເປັນທີ່ລະນຶກ. ພາບ: ວັນຈູງ.

ລາຍການພົບປະແລກປ່ຽນເພື່ອແນໃສ່ສ້າງໂອກາດໃຫ້ນາຍທະຫານໜຸ່ມສອງປະເທດໄດ້ພົບປະ, ຖອດຖອນບົດຮຽນ, ຜ່ານນັ້ນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການຮ່ວມມືລະຫວ່າງທະຫານເຮືອສອງປະເທດຫວຽດນາມ ແລະບຣູໄນ.

 

ໂດຍ: ທະນາພອນ