leftcenterrightdel
ກຳປັ່ນ KDB DARUTTAQWA ຂອງທະຫານເຮືອບຣູໄນ ຢ້ຽມຢາມນະຄອນດ່າໜັງ. ພາບ: ຫງວຽນວັນຈູງ.

ຕ້ອນຮັບກຳປັ່ນຢູ່ທ່າກຳປັ່ນຕຽນຊາມີຜູ້ຕາງໜ້າກອງບັນຊາການທະຫານເຮືອເຂດ 3, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ), ຫ້ອງວ່າການກອງບັນຊາການທະຫານເຂດ 5, ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ, ກອງບັນຊາການທະຫານນະຄອນດ່າໜັງ, ພະແນກພົວພັນຕ່າງປະເທດນະຄອນດ່າໜັງ, ທູດປ້ອງກັນຊາດບຣູໄນ ປະຈຳຫວຽດນາມ.

leftcenterrightdel
ພິທີຕ້ອນຮັບກຳປັ່ນຢູ່ທ່າກຳປັ່ນຕຽນຊາ. ພາບ: ຫງວຽນວັນຈູງ

ຕາມເນື້ອໃນລາຍການຂອງການຢ້ຽມຢາມ, ບັນດາຜູ້ແທນຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່າໜັງ, ກອງບັນຊາການທະຫານເຂດ 5, ກອງບັນຊາການທະຫານເຮືອເຂດ 3. ນາຍທະຫານ ແລະລູກເຮືອກຳປັ່ນທະຫານເຮືອບຣູໄນ ໄດ້ມີການໂອ້ລົມສົນທະນາ ແລະແຂ່ງຂັນບານເຕະມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 3; ຢ້ຽມຊົມບາງທັດສະນີຍະພາບ, ປູສະນີຍະສະຖານປະຫວັດສາດຢູ່ທ້ອງຖິ່ນ.

leftcenterrightdel
ການນຳບັນດາອົງການ, ກົມກອງຂອງຫວຽດນາມ ຖ່າຍຮູບກັບບັນດາຜູ້ແທນ. ພາບ: ຫງວຽນວັນຈູງ

ການຢ້ຽມຢາມຂອງກຳປັ່ນທະຫານເຮືອບຣູໄນ ໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດ, ສອງກອງທັບ, ເໝາະສົມກັບສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ບຣູໄນ.

ໂດຍ: ທູຮັ່ງ