leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ກ່າວຄໍາເຫັນທີ່ພິທີອອກເດີນທາງ. ພາບ: qdnd.vn.

ທີ່ພິທີ, ທ່ານພັນເອກພິເສດ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ລາຍງານວຽກງານກະກຽມ ແລະຈັດຕັ້ງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຫວຽດນາມ ໄດ້ສໍາເລັດ, ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການ, ມາດຕະຖານໃນທຸກດ້ານ ເຊິ່ງສະຫະປະຊາຊາດວາງອອກຢ່າງຄົບຖ້ວນ.

leftcenterrightdel
ທ່ານພັນເອກພິເສດ ຮວ່າງກິມຟຸ້ງ ກ່າວຄໍາເຫັນທີ່ພິທີອອກເດີນທາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານພົນໂທ ຟ້າມຫງອກມີງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດກ່ຽວກັບການຈັດສົ່ງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້.

leftcenterrightdel
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບການຈັດສົ່ງທິມງານໂຮງໝໍກາງສະໜາມຂັ້ນ 2 ເລກ 1 ອອກເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້. ພາບ: qdnd.vn.

ທ່ານພົນໂທ ຫງວຽນຈີ໊ວີ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບວຽກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໄດ້ຮັບການມອບສິດຈາກປະທານປະເທດມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບການຈັດສົ່ງທີມງານໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້.

ທ່ານ Atul Khare, ຮອງເລຂາທິການໃຫຍ່ສະຫະປະຊາຊາດໂດຍຜ່ານທາງອິນເຕີແນັດຈາກສຳນັກງານສະຫະປະຊາຊາດ ກ່າວຄຳເຫັນສະແດງຄວາມຊົມເຊີຍໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ອອກເດີນທາງຢ່າງເປັນທາງການ, ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະກອງທັບປະຊາຊົນຫວຽດນາມ ໄດ້ມີບັນດາຄວາມມານະພະຍາຍາມຮັດແໜ້ນສາຍພົວພັນອັນດີງາມ, ຍາວນານກັບສະຫະປະຊາຊາດ. ທ່ານ Atul Khare ຕີລາຄາພິທີອອກເດີນທາງທີ່ມີຄວາມໝາຍປະຫວັດສາດຕໍ່ກອງທັບປະຊາຊົນຫວຽດນາມ ແລະນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມປະຕິບັດຄໍາໝັ້ນສັນຍາຢ່າງຍາວນານຂອງຫວຽດນາມ ໃນການປະຕິບັດພັນທະອັນສູງສົ່ງ, ເພື່ອພາລະກໍາສັນຕິພາບ, ສະຖຽນລະພາບລວມຂອງໂລກ. 

leftcenterrightdel
ທ່ານພົນໂທ ຟ້າມຫງອກມີງ ອອກຄຳສັ່ງໃຫ້ອອກເດີນທາງ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ມອບຂອງຂວັນທີ່ລະນຶກໃຫ້ບັນດານັກຮົບກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ພ້ອມກັບບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກກັບບັນດານັກຮົບກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ທ່ານພົນຕີ ເລຮ່ຽນເວິນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ສົ່ງຄະນະ. ພາບ: qdnd.vn.

ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ຢັ້ງຢືນວ່າ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດແມ່ນບາດກ້າວບຸກທະລຸ ເພື່ອແນໃສ່ປະຕິບັດແນວທາງພົວພັນຕ່າງປະເທດຂອງຊາດ, ພ້ອມທັງເປັນຂີດໝາຍແຫ່ງການປ່ຽນແປງທັງຄຸນນະພາບ ແລະປະລິມານໃນການເຄື່ອນໄຫວຮ່ວມມືຫຼາຍຝ່າຍເວົ້າລວມ ແລະກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເວົ້າສະເພາະ.

leftcenterrightdel
ບັນດານາຍທະຫານ, ນັກຮົບຍິງພັບທຸງຊາດ, ກະກຽມອອກເດີນທາງໄປປະຕິບັດໜ້າທີ່. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ນາຍທະຫານ, ນັກຮົບຍິງກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນດານັກຮົບ “ໝວກເບເລສີຟ້າ” ສັງກັດໂຮງໝໍກາງສະໜາມຂັ້ນ 2 ເລກ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານສະຫະປະຊາຊາດ. ພາບ: qdnd.vn.

ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ, ການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ ຍິ່ງເປັນການສະແດງໃຫ້ເຫັນບົດບາດຂອງກອງທັບປະຊາຊົນຫວຽດນາມ ໃນພາລະກິດການປະຕິວັດຂອງປະເທດຊາດ ແລະປະຕິບັດພັນທະສາກົນຢ່າງຈະແຈ້ງກວ່າອີກ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຮຽກຮ້ອງໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຄວນຍົກສູງຈິດໃຈສາມັກຄີ, ແກ້ໄຂທຸກຄວາມຫຍຸ້ງຍາກ, ສໍາເລັດທຸກໆໜ້າທີ່ທີ່ໄດ້ຮັບການມອບໝາຍຈາກຫວຽດນາມ ແລະສະຫະປະຊາຊາດ ເປັນຢ່າງດີ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ສ້າງຜົນງານດີເດັ່ນຢູ່ຕ່າງປະເທດ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ກອງທັບ ແລະປະຊາຊົນທົ່ວປະເທດ; ຮັກສາ ແລະເສີມຂະຫຍາຍມູນເຊື້ອ, ຮູບພາບທະຫານລຸງໂຮ່ ໃນສາຍຕາເພື່ອນມິດສາກົນ.

 

ໂດຍ: ຫງວຽນກຸກ