leftcenterrightdel
ກຳປັ່ນຂັບໄລ່ Calgary ເຂົ້າທຽບທ່າກຳປັ່ນ ຕຽນຊາ. ພາບ: ວັນຈູງ.

ຕ້ອນຮັບກຳປັ່ນທີ່ທ່າກຳປັ່ນ ຕຽນຊາ ມີການເຂົ້າຮ່ວມ ຂອງການນຳ ແລະຜູ້ຕາງໜ້າສອງຝ່າຍ. ນີ້ແມ່ນການເຄື່ອນໄຫວໃນລາຍການຢ້ຽມຢາມທ່າກຳປັ່ນ (OP Projection) ຢູ່ອາຊີ - ປາຊີຟິກ ຂອງກຳປັ່ນທະຫານເຮືອລາດຊະວົງ ການາດາ. ຈຸດປະສົງຂອງລາຍການຢ້ຽມຢາມທ່າກຳປັ່ນ ແມ່ນເພື່ອແນໃສ່ປັບປຸງບັນດາສາຍພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດທີ່ມີຢູ່ໃນປັດຈຸບັນ ແລະສ້າງຕັ້ງສາຍພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດໃໝ່ກັບຫຼາຍປະເທດເພື່ອແນໃສ່ຍົກສູງຄວາມສາມາດສົມທົບກັນ ແລະສູ້ຮົບປ້ອງກັນຊາດໃຫ້ບັນດາການເຄື່ອນໄຫວໃນອະນາຄົດ. ການຢ້ຽມຢາມຂອງກຳປັ່ນທະຫານເຮືອລາດຊະວົງ ການາດາ ໃນຄັ້ງນີ້ ເພື່ອແນໃສ່ປະກອບສ່ວນສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ການາດາ - ຫວຽດນາມ, ເພີ່ມທະວີຄວາມຜູກພັນລະຫວ່າງ ການາດາ ແລະ ຫວຽດນາມ.

leftcenterrightdel
ພິທີຕ້ອນຮັບຄະນະຢູ່ທ່າກຳປັ່ນ ຕຽນຊາ. ພາບ: ວັນຈູງ.
leftcenterrightdel
ຜູ້ຕາງໜ້າທະຫານເຮືອເຂດ 3  ມອບດອກໄມ້ໃຫ້ທ່ານພັນຕີ Blair Saltel, ຜູ້ບັນຊາການກຳປັ່ນ Calgary. ພາບ: ວັນຈູງ.
leftcenterrightdel
ການນຳບັນດາອົງການ, ກົມກອງຂອງຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບຜູ້ແທນ. ພາບ: ວັນຈູງ.

ໂດຍ: ທູຮັ່ງ