ເຂົ້າຮ່ວມ ແລະຊີ້ນໍາພິທີດັ່ງກ່າວມີທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ, ປະທານຈັດງານປະກວດໂທລະພາບທົ່ວກອງທັບ ຄັ້ງທີ XII.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານ ຮວ່າງຫວິງບ໊າວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ມອບຫຼຽນຄໍາໃຫ້ບັນດາບົດປະພັນປະເພດສາລະຄະດີ. ພາບ: ຕ໋ວນເຊີນ.

ເຂົ້າຮ່ວມງານປະກວດໂທລະພາບທົ່ວກອງທັບ ຄັ້ງທີ XII ມີ 130 ກົມກອງໃນທົ່ວກອງທັບດ້ວຍ 350 ບົດປະພັນຂຶ້ນກັບບັນດາປະເພດ: ສາລະຄະດີ, ຮູບເງົາເອກະສານ, ສາລະຄະດີຫົວເລື່ອງສະເພາະວິທະຍາສາດ-ການສຶກສາດ້ານປ້ອງກັນຊາດ 20 ເລື່ອງ,  104 ລາຍການ “ທົ່ວປວງຊົນປ້ອງກັນຊາດ” ແລະ “ເພື່ອອໍານາດອະທິປະໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດ”.

ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ, ບັນດາບົດປະພັນເຂົ້າຮ່ວມງານປະກວດໂທລະພາບທົ່ວກອງທັບ ຄັ້ງທີ XII ໄດ້ສ່ອງແສງບັນດາການເຄື່ອນໄຫວດ້ານການທະຫານ-ການປ້ອງກັນຊາດ, ສະພາບຕົວຈິງໃນການດໍາລົງຊີວິດຂອງນັກຮົບ, ມູນເຊື້ອຂອງບັນດາກົມກອງ, ທ້ອງຖິ່ນ ແລະບັນດາບັນຫາສັງຄົມທີ່ພົ້ນເດັ່ນຢ່າງມີຊີວິດຊີວາ ແລະຮອບດ້ານ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກິມໂຕນ, ຜູ້ອໍານວຍການສະຖານີວິທະຍຸກະຈາຍສຽງ-ໂທລະພາບກອງທັບ, ຫົວໜ້າຄະນະຈັດຕັ້ງງານປະກວດກ່າວຄໍາເຫັນສະຫຼຸບ. ພາບ: ຕ໋ວນເຊີນ.

ຄະນະຊີ້ນໍາງານປະກວດໂທລະພາບທົ່ວກອງທັບ ຄັ້ງທີ XII ໄດ້ມອບຫຼຽນຄຳ 30 ຫຼຽນ,  ຫຼຽນເງິນ 46 ຫຼຽນໃຫ້ແກ່ບັນດາບົດປະພັນ ປະເພດສາລະຄະະດີໂທລະພາບ;  ມອບຫຼຽນຄຳ 10 ຫຼຽນ,  ຫຼຽນເງິນ 16 ຫຼຽນໃຫ້ແກ່ປະເພດຮູບເງົາເອກະສານ; ມອບຫຼຽນຄໍາ 19 ຫຼຽນ, ຫຽນເງິນ 31 ຫຼຽນໃຫ້ແກ່ລາຍການ “ທົ່ວປວງຊົນປ້ອງກັນຊາດ” ແລະ “ເພື່ອອໍານາດອະທິປະໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດ”; ມອບຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 7 ຫຼຽນໃຫ້ແກ່ປະເພດຮູບເງົາວິທະຍາສາດ-ການສຶກສາ.

ໂດຍ: ທູຈາງ